leftcenterrightdel
ການແລກປ່ຽນການຄ້າ (1:1) ເກືອບ 200 ຄັ້ງ ໂດຍ KOTRA Hanoi ຈັດໃຫ້ເຫດການນີ້. ພາບ: KOTRA Hanoi

ການແລກປ່ຽນການຄ້າ (1:1) ເກືອບ 200 ຄັ້ງ ໂດຍ KOTRA Hanoi ຈັດໃຫ້ເຫດການນີ້. ບັນດາຜະລິດຕະພັນ ສ.ເກົາຫຼີ ທີ່ມີຄຸນນະພາບສູງດ້ວຍຮູບແບບອຸດົມສົມບູນຈະໄດ້ວາງສະແດງ ແລະແນະນຳໃຫ້ບັນດາວິສາຫະກິດຫວຽດນາມ, ລວມມີ: ເຄື່ອງສຳອາງ-ອຸປະກອນເຄື່ອງສຳອາງ; ເຄື່ອງໃຊ້ໃຫ້ແກ່ແມ່ ແລະເດັກນ້ອຍ; ອາຫານ ແລະອາຫານເສີມ; ເຄື່ອງໃຊ້ໃນຄົວເຮືອນ-ເຄື່ອງບໍລິໂພກ; ອຸປະກອນການແພດ ແລະອຸປະກອນອຸດສາຫະກໍາ. ບັນດາຜະລິດຕະພັນນີ້ໄດ້ສົ່ງອອກໄປຍັງຫຼາຍປະເທດ ແລະຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າຈາກວິສາຫະກິດຫວຽດນາມ. Incheon ແມ່ນນະຄອນຂຶ້ນກັບສູນກາງ, ທັງເປັນທ່າກໍາປັ່ນການຄ້າສໍາຄັນຂອງ ສ.ເກົາຫຼີ ແລະສາກົນ, ແມ່ນໜຶ່ງໃນບັນດາສູນສົ່ງອອກໃຫຍ່ທີ່ສຸດຂອງ ສ.ເກົາຫຼີ.

ໂດຍ: ເຈິ່ນຮວ່ຽນ