ວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານນາງ Reta Jo Lewis ປະທານທັງເປັນຜູ້ອຳນວຍການໃຫຍ່ທະນາຄານສົ່ງອອກ-ນຳເຂົ້າອາເມລິກາ (US EXIM) Reta Jo Lewis ແລະທ່ານ ເລວັນຮວານ ປະທານທະນາຄານພັດທະນາຫວຽດນາມ (VDB) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ມີມູນຄ່າ 500 ລ້ານໂດລາສະຫະລັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ສິນຄ້າສົ່ງອອກຂອງອາເມລິກາມາຍັງຫວຽດນາມ.

ບົດບັນທຶກຊ່ວຍຈຳ ຈະສົ່ງເສີມການຮ່ວມມືລະຫວ່າງ EXIM ອາເມລິກາ ແລະ VDB, ໜູນຊ່ວຍການສົ່ງອອກສິນຄ້າຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງການຫັນປ່ຽນ ພື້ນຖານເສດຖະກິດສີຂຽວ, ບັນດາໂຄງການພັດທະນາພື້ນຖານໂຄງລ່າງ, ບັນດາໂຄງການທີ່ກ່ຽວຂ້ອງເຖິງດິນຟ້າອາກາດ.

leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: ສະຖານທູດອາເມລິກາ ປະຈຳ ຫວຽດນາມ

ທ່ານນາງປະທານ Lewis ແບ່ງປັນວ່າ, ບົດບັນທຶກຊ່ວຍຈຳໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຮ່ວມກັນຂອງສອງ ປະເທດໃນການເພີ່ມທະວີຊຸກຍູ້ການພົວພັນດ້ານການຄ້າລະຫວ່າງອາເມລິກາ-ຫວຽດນາມ ແລະມານະພະຍາຍາມສ້າງກາລະໂອກາດໜູນຊ່ວຍການປັບປຸງພື້ນຖານເສດຖະກິດຂອງສອງປະເທດ. ທ່ານນາງປະທານ Lewis ກ່າວວ່າ: “ພວກຂ້າພະເຈົ້າມີຄວາມຍິນດີ ເມື່ອໄດ້ຮ່ວມມືກັນສ້າງໂອກາດດ້ານການເງິນເພື່ອຊຸກຍູ້ບັນດາໂຄງການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະໜູນຊ່ວຍບັນດາຜູ້ສົ່ງອອກຂອງອາເມລິກາ ທີ່ຢາກດຳເນີນທຸລະກິດຢູ່ ຫວຽດນາມ”.

US EXIM  ຈະຮ່ວມມືຢ່າງແໜ້ນແຟ້ນກັບ VDB ເພື່ອກຳນົດບັນດາໂຄງການພື້ນຖານໂຄງລ່າງ, ພະລັງງານທົດແທນ ແລະບັນດາໂຄງການອື່ນໆເພື່ອຊຸກຍູ້ຂະບວນການຫັນເປັນສີຂຽວຢູ່ຫວຽດນາມ.

ພິທີລົງນາມບົດບັນທຶກຊ່ວຍຈຳ ກໍ່ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອາເມລິກາ ໃນການໜູນຊ່ວຍຫວຽດນາມ ດ້ວຍມາດຕະການດ້ານການເງິນໃຫ້ແກ່ວິວັດການຫັນເປັນພະລັງງານສີຂຽວ ເພື່ອຫັນບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງຕົນໃຫ້ປະກົດຜົນເປັນຈິງ.

ໂດຍ: ທະນາພອນ