ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ Choi Youngsam ຢັ້ງຢືນວ່າ ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະໜູນຊ່ວຍຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 4 ໃນປີ 2025 ເພາະວ່າ ສ.ເກົາຫຼີ ໄດ້ມີບົດຮຽນໃນການກະກຽມ ແລະຈັດຕັ້ງກອງປະຊຸມສຸດຍອດ P4G ໃນປີ 2021 ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ແລະກຸ່ມວິສາຫະກິດ.

leftcenterrightdel
ທ່ານ ດັ້ງກ໊ວກແຄ໊ງ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ຕ້ອນຮັບ ແລະເຮັດວຽກກັບທ່ານ Choi Youngsam ເອກອັກຄະລັດຖະທູດສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: ເຄືອງຈູງ

ສ່ວນທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ດັ້ງກ໊ວກແຄ໊ງ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຊັບພະຍາກອນ ແລະສິ່ງແວດລ້ອມລະຫວ່າງສອງປະເທດເພື່ອການພັດທະນາແບບຍືນຍົງ. ພ້ອມທັງຫວັງວ່າ ຝ່າຍ ສ.ເກົາຫຼີ ຈະໜູນຊ່ວຍຫວຽດນາມ ທັງດ້ານເສດຖະກິດ, ເຕັກໂນໂລຢີ, ການເງິນ ODA ສີຂຽວ ເພື່ອຟື້ນຟູບັນດາແມ່ນໍ້າ “ຕາຍ”; ໜູນຊ່ວຍແຫຼ່ງກໍາລັງ, ຊັບພະຍາກອນມະນຸດ, ບົດຮຽນເພື່ອສ້າງພື້ນຖານຂໍ້ມູນທີ່ດິນແນໃສ່ຄຸ້ມຄອງທີ່ດິນໃຫ້ມີປະສິດທິຜົນ ແລະຈະແຈ້ງທີ່ສຸດ.

ທ່ານລັດຖະມົນຕີ ດັ້ງກ໊ວກແຄ໊ງ ໃຫ້ຮູ້ວ່າ ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ແລະກະຊວງສິ່ງແວດລ້ອມ ສ.ເກົາຫຼີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຮອບດ້ານໃນຂົງເຂດສິ່ງແວດລ້ອມ. ທ່ານລັດຖະມົນຕີ ຫວັງວ່າ ທ່ານເອກອັກຄະລັດຖະທູດ ສາມາດໜູນຊ່ວຍຊຸກຍູ້ບັນດາເນື້ອໃນການຮ່ວມມືທີ່ສອງຝ່າຍໄດ້ລົງນາມຜ່ານການເຊື່ອມຕໍ່ບັນດາການເຄື່ອນໄຫວລະອຽດ. ທ່ານລັດຖະມົນຕີ ດັ້ງກ໊ວກແຄ໊ງ ເຊື່ອໝັ້ນວ່າ  ການຈັດຕັ້ງກອງປະຊຸມສຸດຍອດ P4G ຄັ້ງທີ 4 ໃນປີ 2025 ປະສົບຜົນສໍາເລັດຈະປະກອບສ່ວນຊຸກຍູ້ຂະບວນການຫັນປ່ຽນສີຂຽວຢູ່ຫວຽດນາມ ໃນການຜະລິດ ແລະການບໍລິໂພກ.

ໂດຍ: ເຈິ່ນຮວ່ຽນ