ບັນດາກຳລັງໜູນການເຕີບໂຕພວມໃນທ່າຟື້ນຟູ

ປີ 2023 ແມ່ນປີທີ່ເສດຖະກິດຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ຍົກເວັ້ນການລົງທຶນສາທາລະນະ, ບັນດາກຳລັງໜູນແຫ່ງການເຕີບໂຕສ່ວຍຫຼາຍຕ້ອງຜ່ານຜ່າໄລຍະຫຍຸ້ງຍາກ. ຊໍ້າບໍ່ໜໍາ, ຍ້ອນຄວາມຫຍຸ້ງຍາກຍ້ອງຄວາມຕ້ອງການຂອງຕະຫຼາດໂລກຫຼຸດລົງ, ສະນັ້ນການສົ່ງອອກຂອງປະເທດຫວຽດນາມ ບັນລຸລະດັບເຕີບໂຕທາງລົບເປັນເທື່ອທຳອິດນັບແຕ່ປີ 2009. ຕາມການສະຖິຕິ, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າປີ 2023 ປະເທດຫວຽດນາມ ຄາດວ່າບັນລຸ 683 ຕື້ໂດລາສະຫະລັດ, ຫຼຸດລົງ 6,6% ເມື່ອທຽບໃສ່ປີ 2022. ໃນນັ້ນ, ການສົ່ງອອກຫຼຸດລົງ 4,4%, ການນໍາເຂົ້າຫຼຸດລົງ 8,9 %.

ເຖິງຢ່າງໃດກໍ່ຕາມ, ສະພາບການນຳເຂົ້າ-ສົ່ງອອກຂອງຫວຽດນາມ ໃນສອງເດືອນຕົ້ນປີ 2024 ໄດ້ຟື້ນຟູການເຕີບໂຕດີພໍສົມຄວນ. ລາຍລະອຽດ, ວົງເງິນການສົ່ງອອກສິນຄ້າເດືອນມັງກອນ ຄາດວ່າ ບັນລຸໄດ້ 33,57% ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ເດືອນກ່ອນ ແລະເພີ່ມຂຶ້ນເຖິງ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີິ 2023. ໄລ່ລວມສອງເດືອນຕົ້ນປີ 2024, ວົງເງິນການຄ້າການນຳເຂົ້າ-ສົ່ງອອກສິນຄ້າຄາດວ່າ ບັນລຸ 113,96 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 18,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນການສົ່ງອອກເພີ່ມຂຶ້ນ 19,2%; ການນໍາເຂົ້າເພີ່ມຂຶ້ນ 18%. ດຸນການຄ້າສິນຄ້າສົ່ງອອກເກີນດຸນ 4,72 ຕື້ໂດລາສະຫະລັດ. ຜູ້ອຳນວຍການຫ້ອງໄຈ້ແຍກເສດຖະກິດມະຫາພາກ ແລະຄົ້ນຄວ້າຕະຫຼາດຂອງກຸ່ມບໍລິສັດ VinaCapital Michael Kokalari ໄຈ້ແຍກວ່າ, ຍ້ອນປະລິມານສິນຄ້າຄ້າງໄວ້ໃນສາງຫຼາຍໂພດເພາະສະນັ້ນບັນດາວິສາຫະກິດ ອາເມລິກາ ໄດ້ຫຼຸດໃບສັ່ງສິນຄ້າທີ່ຜະລິດຢູ່ຫວຽດນາມ ໃນປີ 2023 ລົງ, ແຕ່ທ່າອ່ຽງຫຼຸດລົງນີ້ໃກ້ຈະສິ້ນສຸດແລ້ວ, ຍ້ອນປະລິມາສິນຄ້າຄ້າງສາງຂອງວິສາຫະກິດ ອາເມລິກາ ໄດ້ຫຼຸດລົງໄວທີສຸດໃນໄລຍະກວ່າ 10 ປີ”. ທ່ານ Michael Kokalari ໃຫ້ຂໍ້ສັງເກດວ່າ "VinaCapital ຫວັງວ່າ ຈໍານວນໃບສັ່ງສິນຄ້າສົ່ງອອກຂອງຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນໃນຊຸມເດືອນຈະມາເຖິງຍ້ອນການຟື້ນຟູຂອງພື້ນຖານເສດຖະກິດອາເມລິກາ, ໄດ້ສະແດງໃຫ້ເຫັນຜ່ານຄວາມໄວ້ເນື້ອເຊື່ອໃຈຂອງຜູ້ອຸປະໂພກ-ບໍລິໂພກ ອາເມລິກາ ບັນລຸລະດັບສູງສຸດນັບແຕ່ການເປີດປະເທດ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19”.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ເຂດອຸດສາຫະກຳ ລຽນຮ່າຖ໊າຍ (ແຂວງຖ໊າຍບິ່ງ). ພາບ: ຈ໊ຽນຖັງ

ການຜະລິດເພີ່ມຂຶ້ນໝາຍຄວາມວ່າລາຍຮັບຂອງຜູ້ອອກແຮງງານເພີ່ມຂຶ້ນ, ໜູນຊ່ວຍແຮງໃຫ້ແກ່ການເຕີບໂຕ. ການໃຊ້ສອຍເພີ່ມຂຶ້ນສືບຕໍ່ກາຍເປັນກຳລັງໜູນໃຫ້ແກ່ການເຕີບໂຕໃນການຜະລິດສິນຄ້າ, ການດຳເນີນທຸລະກິດ, ການບໍລິການ... ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນ” ແລ້ວ, ຍອດລະດັບການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການອຸປະໂພກບໍລິໂພກເດືອນມັງກອນ 2024 ຄາດວ່າ ບັນລຸ 524,1 ພັນຕື້ດົ່ງ, ເພີ່ມຂຶ້ນ 1,6% ເມື່ອທຽບໃສ່ເດືອນກ່ອນ ແລະເພີ່ມຂຶ້ຍ 8,1% ເມື່ອທຽບໃສ່ໄລຍະໄລຍະດຽວກັນຂອງປີ 2023. ສອງເດືອນຕົ້ນປີ 2024, ຍອດລະດັບການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການໃຊ້ສອຍຕາມລາຄາໃນປະຈຸບັນຄາດວ່າບັນລຸ 1.031,5 ພັນຕື້ດົ່ງ, ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຖ້າວ່າຍົກເວັ້ນປັດໄຈລາຄາຈະເພີ່ມ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ພິເສດ, ການສົ່ງອອກ, ການຜະລິດ, ການໃຊ້ສອຍເພີ່ມຂຶ້ນຈະສົ່ງຜົນກະທົບທີ່ດີເຖິງຕະຫຼາດຫຼັກຊັບ. ໃນສະພາບການທະນາຄານແຫ່ງລັດຫວຽດນາມ ດຳເນີນການຫຼຸດອັດຕາດອກເບ້ຍລົງ 4 ຄັ້ງ ໃນປີ 2023, ບັນດາທະນາຄານ, ອົງການສິນເຊື່ອພວມຮັກສາອັດຕາດອກເບ້ຍເງິນຝາກຢູ່ລະດັບຕ່ຳສຸດໃນປະຫວັດສາດ, ເຮັດໃຫ້ການຝາກເງິນປະຢັດບໍ່ດູດດືມປະຊາຊົນຄືໄລຍະກ່ອນ. ປະຊາຊົນຈະຊອກຫາການລົງທຶນທີ່ມີປະສິດທິຜົນກວ່າ, ຕະຫຼາດຫຼັກຊັບ ຈະແມ່ນໜຶ່ງໃນບັນດາຕະຫຼາດດຶງດູດເງິນທຶນຫຼາຍທີ່ສຸດ.

ຄຽງຂ້າງກັນນັ້ນ, ປະລິມານເງິນລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ ໃນສອງເດືອນຕົ້ນປີ 2024 ສືບຕໍ່ເພີ່ມຂຶ້ນ, ສະແດງໃຫ້ເຫັນວ່າ ນັກລົງທຶນຕ່າງປະເທດມີຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງຕໍ່ຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດຫວຽດນາມ. ຍອດເງິນທຶນຂອງຕ່າງປະເທດທີ່ຈົດທະບຽນລົງທຶນເຂົ້າຫວຽດນາມ ໄລ່ຮອດວັນທີ 20 ກຸຸມພາ (ລວມມີເງິນທຶນຈົດທະບຽນໃໝ່), ເງິນທຶນຈົດທະບຽນປັບປຸງ ແລະມູນຄ່າທຶນປະກອບ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ) ບັນລຸເກືອບ 4,29 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 38,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າສູ່ຫວຽດນາມ ໃນສອງເດືອນຕົ້ນປີ 2024 ຄາດວ່າບັນລຸ 2,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ວິສາຫະກິດ ແລະປະຊາຊົນ ຄວນຮ່ວມແຮງຮ່ວມໃຈກັນ

ເຖິງຢ່າງໃດກໍ່ຕາມ, ຕ້ອງເນັ້ນໜັກວ່າ ສະພາບການພາຍໃນປະເທດ ແລະໂລກ ໃນປີ 2024 ສືບຕໍ່ປະສົບຄວາມຫຍຸ້ງຍາກຫຼາຍຢ່າງ, ຊ້ຳບໍ່ໜຳບໍ່ໜ້ອຍກວ່າເມື່ອທຽບໃສ່ປີ 2023. ເລື່ອງກົມແຮໄວ້ສະຫະລັດ ອາເມລິກາ (FED) ຕົກລົງຮັກສາອັດຕາດອກເບ້ຍສູງຄືເກົ່າໃນກອງປະຊຸມຜ່ານມາ, ສະແດງໃຫ້ເຫັນວ່າ ສະພາບໄພເງິນເຟີ້ຢູ່ອາເມລິກາ ຍັງບໍ່ທັນໄດ້ຮັບການຄວບຄຸມຢ່າງສົມບຸນ. ນັກຊ່ຽວຊານເສດຖະກິດໂລກຫຼາຍຄົນມີຂໍ້ສັງເກດຄືກັນວ່າ FED ຈະເລີ່ມຫຼຸດອັດຕາດອກເບ້ຍ ແຕ່ເດືອນມີຖຸນາ 2024, ພາຍຫຼັງຄວບຄຸມໄພເງິນເຟີ້ປະສົບ ຜົນສໍາເລັດໃນລະດັບຕ່ຳກວ່າ 2%. ທ່າອ່ຽງບໍລິຫານອັດຕາດອກເບ້ຍຂອງອາເມລິກາ ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງສະພາບການເສດຖະກິດໂລກເວົ້າລວມ. ເປັນອັນວ່າ, ໃນໄລຍະຈະມາເຖິງ, ຄຽງຂ້າງບັນດາຄວາມສະດວກຕາມການໄຈ້ແຍກຂອງທ່ານ Michael Kokalari ແລ້ວ, ການສົ່ງອອກຂອງວິສາຫະກິດຫວຽດນາມ ກໍ່ຈະສືບຕໍ່ປະສົບກັບຄວາມຫຍຸ້ງຍາກຄືປີກາຍ, ເມື່ອຄວາມຕ້ອງການໃຊ້ສອຍສິນຄ້າໂລກສືບຕໍ່ຢູ່ໃນລະດັບຕ່ຳຍ້ອນໄພເງິນເຟີ້ຍັງຢູ່ລະດັບສູງ.

ປີ 2024 ມີຄວາມໝາຍສຳຄັນພິເສດໃນການປະຕິບັດບັນດາເປົ້າໝາຍ, ຄາດໝາຍຂອງອາຍຸການຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ, ໃນນັ້ນມີເປົ້າໝາຍ, ຄາດໝາຍເຕີບໂຕເສດຖະກິດ.

leftcenterrightdel
ກໍ່ສ້າງເສັ້ນທາງດ່ວນ ບຽນຮວ່າ-ຫວູງເຕົ່າ ຕອນໄປຜ່ານແຂວງບ່າເຣ້ຍ-ຫວູງເຕົ່າ. ພາບ: ຈ໊ຽນຖັງ

ຫວ່າງມໍ່ໆມານີ້, ກ່າວຄຳເຫັນເມື່ອເຮັດວຽກຢູ່ທະນາຄານສະຫະກອນຫວຽດນາມ, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກທັດສະນະວ່າ ເພື່ອບັນລຸເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2024, ສ້າງທ່າເຕີບໂຕ ແລະສຳເລັດເປົ້າໝາຍໄລຍະ 2021-2025 ແມ່ນສິ່ງທ້າທາຍຢ່າງໃຫຍ່ຫຼວງ, ຄວນມີການຮ່ວມແຮງຮ່ວມໃຈຂອງລັດຖະບານ, ວິສາຫະກິດ ແລະປະຊາຊົນທຸກຊັ້ນວັນນະ. ໃນນັ້ນ, ບົດບາດຂອງຂະແໜງທະນາຄານແມ່ນສຳຄັນທີ່ສຸດ. ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ສະເໜີຂະແໜງທະນາຄານເພີ່ມຄວາມສາມາດໄຈ້ແຍກ, ຄາດຄະເນ, ຕິດຕາມການຜັນແປຂອງສະພາບການເສດຖະກິດ, ລາຄາ, ໄພເງິນເຟີ້ຢູ່ໂລກ, ພາກພື້ນ, ໂດຍສະເພາະແມ່ນການຜັນແປລາຄາ ພະລັງງານຢ່າງໃກ້ສິດ ເພື່ອວາງແຜນ, ບໍລິຫານນະໂຍບາຍເງິນຕາໃຫ້ເໝາະສົມ. ຂະແໜງທະນາຄານຄວນເພີ່ມທະວີການກວດກາ, ຕິດຕາມກວດກາ, ຮັບປະກັນໃຫ້ຕະຫຼາດເງິນຕາ, ສິນເຊື່ອເປັນປົກກະຕິ, ສືບຕໍ່ສູ້ຊົນຫຼຸດອັດຕາດອກເບ້ຍເງິນກູ້ໃນສະພາບການດອກເບ້ຍເງິນຝາກໄດ້ຫຼຸດລົງຢ່າງສຸດຂີດແລ້ວ.

ໃນສະພາບກຄວາມຫຍຸ້ງຍາກເກົ່າຍັງບໍ່ທັນໄດ້ແກ້ໄຂເທື່ອ, ຄວາມຫຍຸ້ງຍາກໃໝ່ອາດຈະປະກົດຂຶ້ນຍ້ອນສະຖານະການໂລກສືບຕໍ່ມີການຜັນແປທີ່ຄາດເດົາໄດ້ຍາກ, ເລື່ອງບັນດາທະນາຄານ, ອົງການສິນເຊື່ອຫັນບັນດາການເຄື່ອນໄຫວໃຫ້ມີປະສິດທິຜົນ, ສືບຕໍ່ຫຼຸດອັດຕາດອກເບ້ຍເງິນກູ້ ຈະແມ່ນກຳລັງໜູນສຳຄັນທີ່ສຸດເພື່ອຊ່ວຍໃຫ້ປະຊາຊົນ, ວິສາຫະກິດ, ຈາກນັ້ນຊຸກຍູ້ເສດຖະກິດຫວຽດນາມ ພັດທະນາ.

ຫວັງວ່າ ແລະເຊື່ອໝັ້ນວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທົ່ວລະບົບການເມືອງ, ປະຊາຊົນ ແລະວິສາຫະກິດ-ພິເສດແມ່ນລະບົບທະນາຄານ ແລະບັນດາອົງການຈັດຕັ້ງສິນເຊື່ອ, ປີ 2024 ເສດຖະກິດຫວຽດນາມ ຈະສືບຕໍ່ມີລະດັບການເຕີບໂຕສູງ, ຈາກນັ້ນບຸກທະລຸ ເພື່ອບັນລຸເປົ້າໝາຍພັດທະນາເສດຖະກິດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ວາງອອກ.

ໂດຍ: ແສງເດືອນ