ກອງປະຊຸມໄດ້ດຶງດູດກວ່າ 300 ວິສາຫະກິດ ສ.ເກົາຫຼີ ແລະຫວຽດນາມ, ບັນດາສະຖາບັນການເງິນ, ທະນາຄານຂະໜາດໃຫຍ່, ກອງທຶນລົງທຶນ, ບໍລິສັດຫຼັກຊັບຂອງສອງປະເທດເຂົ້າຮ່ວມ.

leftcenterrightdel
ທ່ານ ໂຮ່ດຶກເຝີກ ລັດຖະມົນຕີກະຊວງການເງິນຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂຮ່ດຶກເຝີກ ລັດຖະມົນຕີກະຊວງການເງິນຫວຽດນາມ ຖືວ່າ ການເຂົ້າຮ່ວມຂອງວິສາຫະກິດ ແລະນັກລົງທຶນເປັນຈຳນວນຫຼວງຫຼາຍ ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການສ້າງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດສະດວກ, ຈັບອົກຈັບໃຈໃຫ້ບັນດາວິສາຫະກິດ ແລະນັກລົງທຶນຕ່າງປະເທດ, ພິເສດແມ່ນບັນດານັກລົງທຶນທີ່ມາຈາກ ສ.ເກົາຫຼີ. ທ່ານລັດຖະມົນຕີ ໂຮ່ດຶກເຝີກ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມສົ່ງເສີມການລົງທຶນດ້ານການເງິນຄັ້ງນີ້ ຈະເປີດກາລະໂອກາດຮ່ວມມື ແລະການພັດທະນາວັດທະນາຖາວອນລະຫວ່າງສອງປະເທດເວົ້າລວມ ແລະບັນດາວິສາຫະກິດ, ນັກລົງທຶນສອງປະເທດເວົ້າສະເພາະ, ພິເສດແມ່ນໃນຂົງເຂດຕະຫຼາດການເງິນ.

leftcenterrightdel
ພິທີລົງນາມບົດບັນທຶກຊ່ວຍຈຳ (MOU) ລະຫວ່າງຄະນະກຳມະການຫຼັກຊັບຫວຽດນາມ ແລະສະມາຄົມລົງທຶນດ້ານການເງິນ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ຝ່າຍສ.ເກົາຫຼີ, ທ່ານ Kim Yong Jae, ກໍາມະການຜູ້ປະຈໍາການຄະນະກຳມະການບໍລິການການເງິນສ.ເກົາຫຼີ (FSC), ເນັ້ນໜັກວ່າ ຫວຽດນາມ ພວມບັນລຸຜົນງານດ້ານເສດຖະກິດໃນໄລຍະຍາວ. ມີຫຼາຍກຸ່ມບໍລິສັດໃຫຍ່, ວິສາຫະກິດ ສ.ເກົາຫຼີ, ຄື: Samsung, LG, Hyundai ເຫັນໄດ້ຄວາມສາມາດບົ່ມຊ້ອນເຕີບໂຕຂອງຫວຽດນາມ ແລະໄດ້ຮັບຜົນສໍາເລັດພາຍຫຼັງລົງທຶນເຂົ້າຕະຫຼາດຫວຽດນາມ ໃນໄລຍະຕົ້ນ. ບໍລິສັດ, ອົງການການເງິນຂອງສ.ເກົາຫຼີ ພວມລົງທຶນຢູ່ຫວຽດນາມ ດ້ວຍຫຼາຍຮູບການ, ຄື: ການສ້າງຕັ້ງນິຕິບຸກຄົນ, ຊື້ຂາຍໂຮມເຂົ້າ...

ໂດຍ: ເຈິ່ນຮວ່ຽນ