ທີ່ກອງປະຊຸມຂ່າວ, ທ່ານ ເຈິ່ນວັນເຊີນ ໃຫ້ຮູ້ວ່າ: ສະພາບເສດຖະກິດ - ສັງຄົມຂອງຫວຽດນາມ ໃນເດືອນກຸມພາ ແລະ 2 ເດືອນຕົ້ນປີ ສືບຕໍ່ມີທ່າອ່ຽງຟື້ນຟູທີ່ຕັ້ງໜ້າ, ຂົງເຂດຕ່າງໆເກືອບທັງໝົດ ສ່ວນຫຼາຍແມ່ນບັນລຸໄດ້ໝາກຜົນດີກ່ວາ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສ້າງກໍາລັງໜູນໃໝ່, ບັນຍາກາດ,  ຈິດໃຈໃໝ່  ແລະທ່າແຮງພັດທະນາໃນໄລຍະຈະມາເຖິງ. ພົ້ນເດັ່ນແມ່ນ: ເສດຖະກິດມະຫາພາກສືບຕໍ່ມີສະຖຽລະພາບ, ເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕໄດ້ຮັບການຊຸກຍູ້. ກະສິກຳພັດທະນາຢ່າງເປັນປົກກະຕິ; ການຜະລິດອຸດສາຫະກຳເພີ່ມຂຶ້ນ 5,7%; ຍອດມູນຄ່າການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການ, ບໍລິໂພກອຸປະໂພກເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ກ່ຽວຂ້ອງເຖິງຄວາມຄືບໜ້າໃນການສ້າງເອກະສານ ເພື່ອຜັນຂະຫຍາຍການປະຕິຮູບນະໂຍບາຍເງິນເດືອນ, ຜູ້ຕາງໜ້າກະຊວງພາຍໃນໃຫ້ຮູ້ວ່າ: ປະຈຸບັນ, ໜ້າທີ່ສ້າງເນື້ອໃນລະອຽດກ່ຽວກັບລະບອບເງິນເດືອນໃໝ່ ເພື່ອຍື່ນສະເໜີ້ຕໍ່ກົມການເມືອງໄດ້ສຳເລັດແລ້ວ ແລະ ກະກຽມຍື່ນສະເໜີທຸກຂັ້ນທີ່ມີສິດອຳນາດ  ກ່ອນທີ່ຈະຍື່ນສະເໜີຂໍຄໍາເຫັນຈາກກົມການເມືອງ. ພາຍຫຼັງທີ່ກົມການເມືອງປະກອບຄຳເຫັນແລ້ວ ຈະເປັນພື້ນຖານເພື່ອໃຫ້ບັນດາອົງການຂອງພັກ, ສະພາແຫ່ງຊາດ, ລັດຖະບານ ປະກາດໃຊ້ເອກະສານ.

leftcenterrightdel
ທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ ກ່າວຄໍາເຫັນທີ່ກອງປະຊຸມຂ່າວ. ພາບ: ກວາງຢຸຍ

ກ່ຽວກັບມາດຕະການບຸກທະລຸເພື່ອດຶງດູດບັນດາໂຄງການຂະໜາດໃຫຍ່ ແລະນັກລົງທຶນໃໝ່ ເຂົ້າມາລົງທຶນຢູ່ຫວຽດນາມ, ຕາມທ່ານ ເຈິ່ນກວກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ  ແລ້ວ, ຫວຽດນາມ ຕ້ອງສືບຕໍ່ປັບປຸງ ແລະຍູ້ໄວຄວາມຄືບໜ້າຂອງບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ ແລະພິເສດແມ່ນການຜັນຂະຫຍາຍບັນດາເອກະສານແນະນຳ ກ່ຽວກັບຂົງເຂດທີ່ດິນທັນທີ ໃນຊຸມວັນທຳອິດທີ່ກົດໝາຍວ່າດ້ວຍທີ່ດິນປີ 2024 ມີຜົນສັກສິດ. ຄຽງຂ້າງນັ້ນ, ຫວຽດນາມ ຕ້ອງສຸມໃສ່ມາດຕະການບຸກທະລຸກ່ຽວກັບຊັບພະຍາກອນມະນຸດ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ພິເສດແມ່ນການປະຕິຮູບລະບຽບການບໍລິຫານ.

ໂດຍ: ທູຈາງ