ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຈຸດຶກຢຸ້ງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Khon Kaen ເນັ້ນໜັກວ່າ ກົງສູນໃຫຍ່ປະຈຳ Khon Kaen ພວມສົ່ງເສີມການເພີ່ມທະວີຮ່ວມມືກັບບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງໄທ, ພິເສດແມ່ນບັນດາແຂວງທີ່ມີຊາວຫວຽດນາມ ອາໄສຢູ່ເປັນຈຳນວນຫຼວງຫຼາຍ ແລະບັນດາແຂວງຊາຍແດນຕິດກັບປະເທດລາວ. ໜຶ່ງໃນບັນດາຈຸດສຸມແມ່ນເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ສາທາລະນະສຸກຢູ່ບັນດາແຂວງຕາມທາງເລກ 8, ທາງເລກ 9 ແລະທາງເລກ 12, ຊຸກຍູ້ການພັດທະນາເຂດ 9 ແຂວງຂອງຫວຽດນາມ, ໄທ ແລະລາວ ຍ້ອນວ່ານີ້ແມ່ນສະຖານທີ່ມີທີ່ຕັ້ງພູມສາດຕິດກັນ, ການຄົມມະນາຄົມສະດວກ, ອາຫານການກິນຄ້າຍຄືກັນ ແລະປະຊາຊົນເປັນມິດ.

leftcenterrightdel
ຜູ້ຕາງໜ້າ 9 ແຂວງທີ່ເຂົ້າຮ່ວມກອງປະຊຸມລົງນາມໃນບົດບັນທຶກຊ່ວຍຈຳ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດບົດບັນທຶກຂອງກອງປະຊຸມສຸດຍອດ ຄັ້ງທີ 22, ພ້ອມທັງວາງທິດທາງການຮ່ວມມືໃນອະນາຄົດ. ຕາມບົດບັນທຶກຊ່ວຍຈໍາທີ່ກອງປະຊຸມ, ບັນດາແຂວງໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ວິທະຍາສາດ ແລະເຕັກໂນໂລຊີ, ໃນນັ້ນມີການຊຸກຍູ້ການຮ່ວມມື, ແລກປ່ຽນໃນວຽກງານກໍ່ສ້າງຊັບພະຍາກອນມະນຸດ; ໜູນຊ່ວຍຜູ້ອອກແຮງງານໃນອາຊີບຕ່າງໆໄດ້ເຄື່ອນຍ້າຍຢ່າງເສລີຕາມຂໍ້ຕົກລົງໃນຂອບເຂດປະຊາຄົມອາຊຽນ ແລະບົນພື້ນຖານລະບຽບກົດໝາຍຂອງແຕ່ລະປະເທດ, ເພີ່ມທະວີການແລກປ່ຽນ ແລະສະໜອງຂໍ້ມູນຂ່າວສານກ່ຽວກັບສະພາບການ, ວຽກງານປ້ອງກັນ, ຕ້ານພະຍາດໃຫ້ແກ່ກັນ; ຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ສິລະປະ, ກິລາ ແລະການທ່ອງທ່ຽວ.

ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບຈະຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 24 ລະຫວ່າງ 9 ແຂວງ ຂອງ 3 ປະເທດຢູ່ແຂວງກວາງບິ່ງ (ຫວຽດນາມ) ໃນເດືອນກຸມພາ ແລະເດືອນມີນາ ປີ 2025. ກອງປະຊຸມກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 24 ຈະຈັດຂຶ້ນຢູ່ແຂວງຄຳມ່ວນຂອງລາວ ໃນລະຫວ່າງເດືອນກັນຍາ - ເດືອນຕຸລາ ປີນີ້.

ໂດຍ: ຈາງຫງວຽນ