ນັ້ນແມ່ນຄຳປາໄສຂອງທ່ານ ຫວໍວັນຮວານ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 63 ປີແຫ່ງວັນປະກາດເອກະລາດ ແລະ 33 ປີແຫ່ງວັນປົດປ່ອຍລັດ ກູເວດ ໂດຍສະຖານກົງສູນໃຫຍ່ກູເວດ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງໃນຕອນຄໍ່າວັນທີ 23 ກຸມພາ, ຢູ່ນະຄອນໂຮ່ຈີມິນ.

leftcenterrightdel
ທ່ານ ຫວໍວັນຮວານ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີ, ທ່ານ ຫວໍວັນຮວານ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ກູເວດ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຢູ່ຕາເວັນອອກກາງ ເວົ້າລວມ ແລະເຂດອ່າວເວົ້າສະເພາະ. ພ້ອມທັງເນັ້ນໜັກວ່າ ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ, ນະຄອນໂຮ່ຈີມິນ ປາດຖະໜາຢາກເພີ່ມທະວີບັນດາໂຄງການຮ່ວມມືກັບກູເວດ ໃນຂົງເຂດການຄ້າສາທາລະນະສຸກ, ສຶກສາ, ທ່ອງທ່ຽວ ແລະອະນຸລັກມໍລະດົກ, ເປັນຕົ້ນແມ່ນໃນການຮ່ວມມືເພື່ອພັດທະນາຂະແໜງການ Halal. ເລື່ອງນີ້ແມ່ນແນໃສ່ເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ແລະຕອບສະໜອງມາດຕະຖານການສົ່ງອອກຜະລິດຕະພັນ Halal ໄປຍັງບັນດາປະເທດມຸດສະລິມໃນໂລກ, ໃນນັ້ນມີຕະຫຼາດ ກູເວດ.

leftcenterrightdel
ທ່ານ Talal Alhazza ຫົວໜ້າກົງສູນໃຫຍ່ກູເວດ ປະຈຳ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານ Talal Alhazza ຫົວໜ້າກົງສູນໃຫຍ່ກູເວດ ປະຈຳ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ ຄວາມສໍາເລັດ ແລະການຮ່ວມມືທີ່ບັນລຸໄດ້ໃນໄລຍະຜ່ານມາແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍຊຸກຍູ້ການພົວພັນສອງຝ່າຍໃນທຸກຂົງເຂດພາຍໃຕ້ການນຳພາຂອງລັດຖະບານແຕ່ລະປະເທດ. ທ່ານ Talal Alhazza ໄດ້ເຊື້ອເຊີນບັນດານັກທຸລະກິດ, ວິສາຫະກິດຫວຽດນາມ ສືບຕໍ່ເຂົ້າຮ່ວມການລົງທຶນໃສ່ໂຄງການພັດທະນາຢູ່ ກູເວດ, ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າສອງຝ່າຍ, ປັບປຸງການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ ກູເວດ ແລະຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ