leftcenterrightdel
ທ່ານ Eric Piolle ເຈົ້າຄອງນະຄອນ Grenoble ຕ້ອນຮັບທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບທ່ານ Eric Piolle ເຈົ້າຄອງນະຄອນ Grenoble, ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ຕີລາຄາສູງຕໍ່ອາລົມຈິດ ແລະການຊ່ວຍເຫຼືອຢ່າງຈິງໃຈຂອງອຳນາດການປົກຄອງທ້ອງຖິ່ນໃນຫຼາຍປີມານີ້ ສໍາລັບປະຊາຄົມຊາວຫວຽດນາມ ແລະນັກຮຽນຫວຽດນາມ ຢູ່ທີ່ນີ້.

ທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ເນັ້ນໜັກວ່າ Grenoble ແມ່ນໜຶ່ງໃນບັນດາທ້ອງຖິ່ນຂອງ ຝຣັ່ງ ທີ່ມີການຮ່ວມມືຫຼາຍຢ່າງກັບຫວຽດນາມ, ພິເສດແມ່ນໃນຂົງເຂດບຳລຸງສ້າງຂັ້ນມະຫາວິທະຍາໄລ, ຄົ້ນຄວ້າວິທະຍາສາດເຕັກນິກ ແລະເຕັກໂນໂລຢີສູງ. ພ້ອມທັງຢັ້ງຢືນການຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືກັບ Grenoble ໃນຂົງເຂດທີ່ກ່າວມາຂ້າງເທິງ, ເຊິ່ງແມ່ນທ່າແຮງຂອງນະຄອນ, ກໍ່ຄືໃນບັນດາຂົງເຂດອື່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະຮັບໃຊ້ການພັດທະນາຂອງສອງປະເທດຫວຽດນາມ ແລະຝຣັ່ງ ໃນຕໍ່ໜ້າ.

leftcenterrightdel
ທ່ານ Eric Piolle ເຈົ້າຄອງນະຄອນ Grenoble ກັບທ່ານ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແລະຄະນະປະຕິບັດງານ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານເຈົ້າຄອງນະຄອນ Grenoble ກໍ່ໄດ້ສະແດງຄວາມພາກພູມໃຈຕໍ່ທ່າແຮງໃນການບຳລຸງສ້າງວິທະຍາສາດເຕັກໂນໂລຢີຂອງນະຄອນ, ເຊິ່ງເປັນບ່ອນທີ່ຮັບນັກຮຽນຕ່າງປະເທດມາຮຽນໃນແຕ່ລະປີເກືອບ 10.000 ຄົນ. ໃນນັ້ນມີນັກຄົ້ນຄວ້າຫວຽດນາມ ຫຼາຍສິບຄົນ ແລະຄົນທີ່ເຮັດວຽກຢູ່ສະຖາບັນຄົ້ນຄວ້າ, ປະກອບສ່ວນສ້າງສາຍພົວພັນນະຄອນກັບຫວຽດນາມ ຢ່າງແໜ້ນແຟ້ນ, ບໍ່ພຽງແຕ່ໃນຂົງເຂດວິທະຍາສາດເທົ່ານັ້ນ ຫາກຍັງມີທັງນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດອີກດ້ວຍ. ພ້ອມທັງສະແດງຄວາມກຽມ ພ້ອມຮ່ວມມືໃນຂົງເຂດທີ່ຫວຽດນາມ ມີຄວາມສົນໃຈ ແລະ Grenoble ທີ່ມີທ່າແຮງ. ທ່ານເຈົ້າຄອງນະຄອນ Grenoble ຖືວ່າ ນອກຈາກການພົວພັນທີ່ໝັ້ນແກ່ນ ແລະມີມາແຕ່ດົນນານໃນຂົງເຂດບຳລຸງສ້າງຂັ້ນມະຫາວິທະຍາໄລ, ຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີແລ້ວ, ສອງຝ່າຍຄວນມີບາດກ້າວໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ. ນອກຈາກນັ້ນ, ການແລກປ່ຽນວັດທະນະທຳກໍ່ຄວນໄດ້ເອົາໃຈໃສ່ເປັນພິເສດເພາະວ່າສິ່ງດັ່ງກ່າວນີ້ເປັນການຮັດແໜ້ນນ້ຳໃຈຂອງປະຊາຊົນສອງປະເທດ...

ໂດຍ: ເຈິ່ນຮວ່ຽນ