ນັກຊ່ຽວຊານຫຼາຍທ່ານໃຫ້ຂໍ້ສັງເກດວ່າ ນີ້ແມ່ນຕົວເລກຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງຝ່າຍ. ໃນໄລຍະຈະມາເຖິງ, ການດຶງດູດ FDI ຈາກ ອີຢູ ຈະແມ່ນຍຸດທະສາດໃນໄລຍະຍາວຂອງຫວຽດນາມ ດ້ວຍບັນດາມາດຕະການເໝາະສົມ.

ປັບປຸງຄຸນນະພາບ ແລະປະສິດທິຜົນຂອງທຶນ FDI

ໂດຍແມ່ນວິສາຫະກິດເອີລົບ ທີ່ເຄື່ອນໄຫວຢູ່ຫວຽດນາມ ໄດ້ເກືອບ 30 ປີ, Nestlé ຫວຽດນາມ ຫາກໍ່ປະກາດລົງທຶນຕື່ມອີກ 100 ລ້ານໂດລາສະຫະລັດ  ເພື່ອເພີ່ມກຳລັງການຜະລິດກາເຟ ທີ່ມີຄຸນນະພາບສູງຢູ່ໂຮງງານ Nestlé ຈິ້ອານ, ແຂວງດົ່ງນາຍ ຂຶ້ນທົບສອງເທົ່າແບ່ງປັນກ່ຽວກັບບ້ວງເງິນລົງທຶນນີ້, ທ່ານ Binu Jacob, ຜູ້ອຳນວຍການໃຫຍ່ Nestlé ຫວຽດນາມ ໃຫ້ຮູ້ວ່າ ຄາດຄະເນວ່າ ເມື່ອໂຄງການນີ້ເຄື່ອນໄຫວ, ສະມັດຖະພາບຂອງໂຮງງານຈະເພີ່ມຂຶ້ນທົບສອງເທົ່າ, ຕອບສະໜອງຄວາມຕ້ອງການໃຊ້ສອຍຂອງຕະຫຼາດພາຍໃນປະເທດ ແລະຂຸດຄົ້ນທ່າແຮງສົ່ງອອກຢ່າງມີປະສິດທິຜົນ.

leftcenterrightdel
ຫຼາຍຜະລິດຕະພັນຂອງວິສາຫະກິດເຢຍລະມັນ ຜະລິດຢູ່ຫວຽດນາມ ໄດ້ລູກຄ້າສົນໃຈ. ພາບ: ຫາຍນາມ

ທ່ານ Binu Jacob ໃຫ້ຮູ້ວ່າ “ໄລ່ມາຮອດປະຈຸບັນ, ກຸ່ມບໍລິສັດ Nestlé ໄດ້ລົງທຶນເກືອບ 830 ລ້ານໂດລາສະຫະລັດ ຜ່ານບໍລິສັດ Nestlé ຫວຽດນາມ ຈໍາກັດ ດ້ວຍໂຮງງານ 4 ແຫ່ງ ແລະສອງສູນຈຳໜ່າຍ. ສະເພາະຢູ່ແຂວງດົ່ງນາຍ, ບໍລິສັດໄດ້ເປີດນຳໃຊ້ 3 ໂຮງງານ. ໃນນັ້ນ Nestlé ຈິ້ອານ ແມ່ນໜຶ່ງໃນບັນດາໂຮງງານຜະລິດໃຫຍ່ທີ່ສຸດຂອງ Nestlé ຢູ່ຫວຽດນາມ. ຜ່ານໂຄງການນີ້, ພວກຂ້າພະເຈົ້າກໍ່ປາດຖະໜາຢາກສ້າງຫຼາຍກາລະໂອກາດວຽກເຮັດງານທຳ ແລະສືບຕໍ່ເປີດກວ້າງບັນດາການເຄື່ອນໄຫວລົງທຶນໄລຍະຍາວຢູ່ຫວຽດນາມ”.

ຕາມຜົນການສຳຫຼວດປະຈຳໄຕມາດກ່ຽວກັບດັດຊະນີຄວາມໄວ້ເນື້ອເຊື່ອໃຈຕໍ່ການດຳເນີນທຸລະກິດ (BCI) ຂອງບັນດານັກລົງທຶນເອີລົບ ຢູ່ຫວຽດນາມ ໂດຍສະຫະພັນວິສາຫະກິດເອີລົບ ຢູ່ຫວຽດນາມ (EuroCham) ຫາກໍ່ປະກາດ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດເອີລົບເຄື່ອນໄຫວຢູ່ຫວຽດນາມ ພວມມີສັນຍານຟື້ນຟູເມື່ອ BCI ບັນລຸ 46,3 ໃນໄຕມາດ  IV/2023. ລາຍລະອຽດ, ລະດັບຄວາມເພິິ່ງພໍໃຈຂອງບັນດາວິສາຫະກິດເພີ່ມຂຶ້ນທີ່ເຫັນໄດ້ຊັດເມື່ອບັນດາວິສາຫະກິດເຊື່ອໝັ້ນຕໍ່ສະພາບການໃນປະຈຸບັນຂອງຕົນໄດ້ເພີ່ມຂຶ້ນແຕ່ 24% ໃນໄຕມາດ III ຂຶ້ນ 32% ໃນໄຕມາດ IV.

ແງ່ຫວັງໃຫ້ໄຕມາດ I ປີ 2024 ກໍ່ຕັ້ງໜ້າທີ່ສຸດ, ດ້ວຍ 29% ວິສາຫະກິດ ຕີລາຄາແງ່ຫວັງຂອງເຂົາເຈົ້າແມ່ນ “ດີເລີິດ” ຫຼື “ດີ” ດ້ວຍ 31% ຈຳນວນບໍລິສັດມີແຜນການເປີດກວ້າງກຳລັງແຮງງານໃນໄຕມາດ I ປີ 2024 ແລະ 34% ມີເຄວາມຕັ້ງໃຈຈະເພີ່ມລະດັບການລົງທຶນ, ນີ້ແມ່ນການເຕີບໂຕທີ່ເຫັນໄດ້ຊັດນັບແຕ່ປີ 2023. ມີສັນຍານໜຶ່ງອີກໃຫ້ເຫັນວ່າ ຄວາມເປັນຫ່ວງພວມຄ່ອຍຫຼຸດລົງລະດັບຄວາມເປັນຫ່ວງຂອງບັນດາວິສາຫະກິດໄດ້ຫຼຸດແຕ່ 9% ລົງ 5%.

ໃຫ້ຂໍ້ສັງເກດກ່ຽວກັບທ່າອ່ຽງນີ້, ທ່ານ ຫງວຽນວັນຕ່ວານ, ຮອງປະທານສະຫະພັນວິສາຫະກິດລົງທຶນຕ່າງປະເທດ (VAFIE) ໃຫ້ຮູ້ວ່າ ນັບແຕ່ໄດ້ຮັບການປະຕິບັດ (ວັນທີ 1 ສິງຫາ 2020), ສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ໄດ້ ແລະພວມສົ່ງຜົນກະທົບເປັນຢ່າງດີເຖິງສະພາບດຶງດູດການລົງທຶນ, ແຫຼ່ງກຳລັງຈາກ ອີຢູ ເຂົ້າ ຫວຽດນາມ. ຮອດເດືອນສິງຫາ 2023, ມີ 25/27 ປະເທດຂອງອີຢູ ລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນບັນລຸ 27,6 ຕື້ໂດລາສະຫະລັດ ລວມມີ 2.384 ໂຄງການ, ກວມເອົາ 6,42% ຍອດເງິນລົງທຶນ FDI ຈົດທະບຽນເຂົ້າຫວຽດນາມ, ນໍາ ອີຢູ ຂຶ້ນອັນດັບ 6 ບັນດາຄູ່ຮ່ວມມືລົງທຶນ FDI ຫຼາຍທີ່ສຸດເຂົ້າຫວຽດນາມ.

ບັນດາວິສາຫະກິດເອີລົບ ດ້ວຍທ່າແຮງພັດທະນາຂະແໜງອຸດສາຫະກຳສູງໄດ້ປະກອບສ່ວນຊຸກຍູ້ການເຕີບໂຕສີຂຽວ, ສ້າງກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງຢູ່ບັນດາຂະແໜງອຸດສາຫະກຳທີີ່ມີທ່າແຮງຂອງຫວຽດນາມ, ຄື: ຕ່ຳແຜ່ນຕັດຫຍິບ, ກະສິກຳ, ອຸດສາຫະກຳປຸງແຕ່ງປະດິດ, ພະລັງງານທົດແທນ.

ທ່ານ ຕວ່ານ ໃຫ້ຂໍ້ສັງເກດວ່າ “ບັນດາແຫຼ່ງເງິນທຶນຈາກເອີລົບ ບໍ່ພຽງແຕ່ປະກອບສ່ວນປັບປຸງຄຸນນະພາບ ແລະປະສິດທິຜົນຂອງທຶນ FDI ລົງທຶນເຂົ້າຫວຽດນາມ ເທົ່ານັ້ນ ຫາກຍັງຕອບສະໜອງໄດ້ຄວາມຮຽກຮ້ອງຂອງປະເທດໃນວິວັດແຫ່ງການປ່ຽນທິດຍູ້ແຮງການປ່ຽນແປງໃໝ່, ປະດິິດສ້າງ, ສ້າງເສດຖະກິດດີຈີຕອນ, ຊຸກຍູ້ການປະຕິວັດ 4.0 ກໍ່ຄືຄຳໝັ້ນສັນຍາຂອງຫວຽດນາມ ໃນການຫຼຸດຜ່ອນການປ່ອຍອາຍພິດລົງລົງລະດັບ 0”.

ຍຸດທະສາດໃນໄລຍະຍາວຂອງຫວຽດນາມ

ທ່ານ ຕວ່ານ ຊີ້ແຈ້ງວ່າ “ບັນດາປະເທດ ອີຢູ ຊຸກຍູ້ເສດຖະກິດ “ເປັນເຈົ້າຍຸດທະສາດ” ຜ່ານການຄວບຄຸມແຫຼ່ງເງິນລົງທຶນອອກຕ່າງປະເທດ, ຄື: ເຢຍລະມັນ, ອີິຕາລີ ໄດ້ກຳນົດ, ຄວບຄຸມ FDI ໃນບັນດາຂະແໜງຍຸດທະສາດຢ່າງເຄັ່ງຄັດ; ຝລັ່ງ ຜັນຂະຫຍາຍຍຸດທະສາດ “ຜະລິດຢູ່ຝລັ່ງ” ເພື່ອຊຸກຍູ້ ການຜະລິດພາຍໃນປະເທດສຳລັບບັນດາຂະແໜງອຸດສາຫະກຳທີ່ມີມູນຄ່າເພີ່ມສູງ, ຄື: ໂອໂຕ, ການບິນ, ເຕັກໂນໂລຢີດີຈີຕອນ...”.

ເພາະສະນັ້ນ, ໃນຕໍ່ໜ້າການດຶງດູດ FDI ຈາກ ອີຢູ ຈະແມ່ນຍຸດທະສາດຍາວນານຂອງຫວຽດນາມ ດ້ວຍບັນດາມາດຕະການເໝາະສົມ. ນອກຈາກການປັບປຸງສະພາບແວດລ້ອມດຳເນີນທຸລະກິດສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນເຂົ້າຫວຽດນາມ ຢ່າງງ່າຍດາຍ, ບັນດານະໂຍບາຍຈະມາເຖິງຕ້ອງຫັນບັນດາຮູບແບບໜູນຊ່ວຍການລົງທຶນເປັນຫຼາຍຮູບແບບ, ໂດຍສະເພາະແມ່ນມາດຕະການໜູນຊ່ວຍພາຍຫຼັງການຫັກພາສີອາກອນ ຕາມທ່າອ່ຽງລວມ ແລະເໝາະສົມກັບບັນດາຄຳໝັ້ນສັນຍາສາກົນ.

leftcenterrightdel
ຜະລິດຕະພັນຂອງວິສາຫະກິດລົງທຶນຕ່າງປະເທດທີ່ໄດ້ແນະນຳກັບລູກຄ້າ. ພາບ: ຊອງແອັງ.

ທີ່ພິທີສະເໜີຕົວປື້ມປົກຂາວ 2024, ປະທານສະຫະພັນວິສາຫະກິດ ເອີລົບ (EuroCham) ປະຈໍາ ຫວຽດນາມ Gabor Fluit ຕີລາຄາວ່າ ເຖິງວ່າເສດຖະກິດທົ່ວໂລກໃນໄລຍະສັບສົນກໍ່ຕາມແຕ່ເສດຖະກິດຫວຽດນາມ ຍັງຄົງສະແດງຄວາມສາມາດຟື້ນຟູ, ມີໄຫວພິບ. ຕາມນັ້ນແລ້ວ, ຖານະບົດບາດຈຸດຮ້ອນລົງທຶນຂອງຫວຽດນາມ ເພີ່ມຂຶ້ນພໍສົມຄວນດ້ວຍ 62% ຈຳນວນຄົນໄດ້ຮັບການສຳຫຼວດໄດ້ຈັດອັນດັບໃຫ້ຫວຽດນາມ ໃນຈຳນວນ 10 ສະຖານທີລົງທຶນແຖວໜ້າໃນທົ່ວໂລກ, ໃນນັ້ນ 17% ແມ່ນຈັດ ຫວຽດນາມ ຢູ່ລະດັບສູງສຸດ ແລະ 53% ຈຳນວນຄົນຖືກຖາມໄດ້ຄາດຄະເນການລົງທຶນໂດຍກົງຈາກຕ່່່າງປະເທດເຂົ້າຫວຽດນາມ ຈະເພີ່ມຂຶ້ນໃນທ້າຍໄຕມາດ IV.

ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າການແກ່ງແຍ້ງເສດຖະກິດນັບມື້ນັບເພີ່ມຂຶ້ນໃນພາກພື້ນ, ສິ່ງສຳຄັນແມ່ນຕ້ອງສືບຕໍ່ປັບປຸງບັນດານະໂຍບາຍ ແລະຍຸດທະສາດຂອງຕົນເພື່ອດຶງດູດ ແລະຮັກສາການລົງທຶນໂດຍກົງຈາກຕ່າງປະເທດຂອງເອີລົບ.

ທ່ານປະທານ EuroCham ຊີ້ແຈ້ງວ່າ “ຂົງເຂດໜຶ່ງທີ່ມີຄວາມສຳຄັນຕ້ອງສຸມໃສ່ນັ້ນແມ່ນຫັນລະບຽບການບໍລິຫານເປັນງ່າຍດາຍ, ນີ້ແມ່ນສິ່ງກີດຂວາງໃຫຍ່ຕໍ່ກັບບັນດາວິສາຫະກິດ. ພ້ອມທັງ, ລົງທຶນເຂົ້າພື້ນຖານໂຄງລ່າງເພື່ອຫຼຸດຜ່ອນລາຍຈ່າຍພາລະທິການ ແລະຍົກສູງລະດັບຄວາມຮູ້ຂອງກຳລັງແຮງງານກໍ່ສຳຄັນທີ່ສຸດ. ສິ່ງນີ້ຈະຊ່ວຍໃຫ້ປະເທດຮັກສາລັກສະນະແກ່ງແຍ້ງ ແລະການເຕີບໂຕ”.

ໂດຍ: ແສງເດືອນ