ເສດຖະກິດທົ່ວໂລກແຕກແຍກ, ລະດັບເຕີບໂຕຊັກຊ້າ

ການເຕີບໂຕເສດຖະກິດ, ການຄ້າ, ການລົງທຶນທົ່ວໂລກຍັງຮັກສາທ່າອ່ຽງຊ້າລົງ. ການເຕີບໂຕທົ່ວໂລກຄາດວ່າຈະຫຼຸດລົງລະດັບຕ່ຳສຸດໃນ 3 ທົດສະວັດຜ່ານມາ, ບັນລຸ 2,2% ໃນໄລຍະຍັງເຫຼືອຂອງທົດສະວັດນີ້ດ້ວຍກຳລັງແຮງງານທົ່ວໂລກພວມເຖົ້າແກ່, ລະດັບເຕີບໂຕລົງທຶນນັບມື້ນັບຫຼຸດລົງ. ໜີ້ສາທາລະນະ ແລະໜີ້ສິນບໍ່ສາມາດຊຳລະໄດ້ໃນທົ່ວໂລກສືບຕໍ່ເພີ່ມຂຶ້ນ, ພ້ອມກັບການຜັນແປເຄັ່ງຕຶງຂອງການຂັດແຍ່ງກັນດ້ານພູມສາດການເມືອງ. ການແຕກແຍກຂອງເສດຖະກິດນັບມື້ນັບເລິກເຊິ່ງ, ດ້ວຍຫຼາຍຂໍ້ຈຳກັດກວ່າກ່ຽວກັບດ້ານການຄ້າ, ການຍົກຍ້າຍທຶນຂ້າມຊາດ, ເຕັກໂນໂລຢີ, ແຮງງານ ແລະການຊຳລະສາກົນອາດສາມາດເຮັດໃຫ້ການຜັນປ່ຽນລາຄາສິນຄ້າເພີ່ມຂຶ້ນ ແລະກີດຂວາງການຮ່ວມມືຫຼາຍຝ່າຍໃນການສະໜອງສິນຄ້າທົ່ວໂລກ.

leftcenterrightdel
ເຂດຕົວເມືອງ Vinhomes Ocean Park ຢູ່ເມືອງຢາເລີມ, ນະຄອນຮ່າໂນ້ຍ. ພາບ: ຕ໊ວນຮຸຍ.

ຫຼາຍປະເທດມີກຳລັງໜູນໃໝ່ຕື່ມອີກຈາກກາລະໂອກາດຫຼຸດໄພເງິນເຟີ້, ດອກເບ້ຍ ແລະການຜ່ອນຜັນນະໂຍບາຍການເງິນ - ເງິນຕາເທື່ອລະກ້າວ ພ້ອມກັບຄວາມຕ້ອງການອຸປະໂພກ-ບໍລິໂພກຢູ່ບາງຕະຫຼາດໃຫຍ່ໃນໂລກພວມເພີ່ມຂຶ້ນ. ເຖິງຢ່່າງໃດກໍ່ຕາມ, ຍັງມີຫຼາຍປະເທດສືບຕໍ່ຮັກສານະໂຍບາຍຮັດກຸ່ມດ້ານເງິນຕາຍ້ອນໜີ້ສາທາລະນະ, ໜີ້ສິນບໍ່ສາມາດຊຳລະໄດ້ຂອງຫຼາຍວິສາຫະກິດ, ຄວາມສ່ຽງໃນບັນດາຕະຫຼາດການເງິນ - ເງິນຕາ, ອະສັງຫະລິມະຊັບຍັງສູງຢູ່. ບັນດາປັດໄຈຄືການພັດທະນາເສດຖະກິດສີຂຽວ, ການປົກປັກຮັກສາສິ່ງແວດລ້ອມທັງແມ່ນກາລະໂອກາດແຕ່ກໍ່ແມ່ນສິ່ງທ້າທາຍເມື່ອຫຼາຍປະເທດພັດທະນາຍົກອອກບັນດາຮົ້ວກີດຂວາງນຳເຂົ້າໃໝ່.

ເສດຖະກິດຫວຽດນາມ ໄດ້ຮັບການຄາດຄະເນວ່າຈະຟື້ນຟູໄວ

ໃນເດືອນຕຸລາ 2023, ກອງທຶນເງິນຕາສາກົນ (IMF) ຄາດຄະເນວ່າ ປີ 2024, ເສດຖະກິດທົ່ວໂລກຈະເຕີບໂຕປະມານ 2,9% ຍອດຜະລິດຕະພັນພາຍໃນ (GDP), ໃນນັ້ນຫວຽດນາມ ເຕີບໂຕປະມານ 5,8% ໝາຍຄວາມວ່າສູງທົບສອງເທົ່າລະດັບສະເລ່ຍຂອງໂລກ ແລະຂຶ້ນກັບກຸ່ມ 20 ພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງສຸດຢູ່ໂລກໃນປີ 2024.

ຫຼາຍອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງໄດ້ຕີລາຄາສູງ ແລະຮັບຮູ້ການປັບປຸງຫຼາຍດັດຊະນີຈັດອັນດັບສາກົນຂອງຫວຽດນາມ, ພົ້ນເດັ່ນແມ່ນ: ດັດຊະນີຄວາມຜາສຸກທົ່ວໂລກ, ດັດຊະນີປ່ຽນແປງໃໝ່ປະດິດສ້າງ, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ ກໍ່ຄືສື່ສານດີຈີຕອນ, ຊຳລະດີຈີຕອນ, ເສດຖະກິດດີຈີຕອນ ແລະການຈັດອັນດັບຄວາມໄວ້ວາງໃຈສາກົນກ່ຽວກັບສິນເຊື່ອໄລຍະຍາວ, ການຄາດຄະເນສາກົນກໍ່ເຊື່ອໝັ້ນຕໍ່ແງ່ຫວັງຟື້ນຟູໂດຍໄວໃນໄລຍະຈະມາເຖິງຂອງພື້ນຖານເສດຖະກິດຫວຽດນາມ.

ຕາມທ່ານ Shantanu Chakraborty, ຜູ້ອໍານວຍການແຫ່ງຊາດທະນາຄານພັດທະນາ ອາຊີ (ADB) ປະຈໍາ ຫວຽດນາມ ແລ້ວ, ສະພາບແວດລ້ອມພາຍນອກອ່ອນໄດ້ສົ່ງຜົນກະທົບຫຍໍ້ທໍ້ເຖິງຂົງເຂດຜະລິດສົ່ງອອກຂອງຫວຽດນາມ, ເຮັດໃຫ້ການຜະລິດອຸດສາຫະກຳຖືກຮັດແຄບລົງ... ເຖິງຢ່່າງໃດກໍ່ຕາມ, ພື້ນຖານເສດຖະກິດຂອງຫວຽດນາມ ຍັງໝັ້ນຄົງເຂັ້ມແຂງ ແລະຄາດຄະເນວ່າຈະຟື້ນຟູໂດຍໄວໃນອະນາຄົດຍ້ອນການອຸປະໂພກ-ບໍລິໂພກ ພາຍໃນປະເທດແຂງແຮງ, ໄດ້ຮັບການໜູນຊ່ວຍຍ້ອນໄພເງິນເຟີ້ຢູ່ລະດັບພໍສົມຄວນ, ເພີ່ມຄວາມໄວໃນການປ່ອຍເງິນລົງທຶນສາທາລະນະ ແລະປັບປຸງບັນດາການເຄື່ອນໄຫວການຄ້າ ກໍ່ຄືບັນດາຂົງເຂດອື່ນໆທີ່ໄດ້ຄາດຄະເນວ່າ ມີການເຕີບໂຕປອດໃສ. ຫວັງວ່າ ຂົງເຂດບໍລິການສືບຕໍ່ເປີດກວ້າງຍ້ອຍການຟື້ນຕົວຂອງຂະແໜງທ່ອງທ່ຽວ ແລະການຟື້ນຟູຂອງບັນດາການບໍລິການກ່ຽວຂ້ອງ. ກະສິກຳຈະໄດ້ຮັບຜົນປະໂຫຍດຍ້ອນລາຄາສະບຽງອາຫານ ເພີ່ມຂຶ້ນສູງ. ຂົງເຂດປຸງແຕ່ງ, ປະດິດຍັງແມ່ນກຳລັງໜູນຕົ້ນຕໍໃນການຊຸກຍູ້ການເຄື່ອນໄຫວເສດຖະກິດຂອງປະເທດ ແລະຄາດຄະເນວ່າບັນດາສິ່ງກີດຂວາງນຕໍ່ການສົ່ງອອກຈະຄ່ອຍໆຫຼຸດລົງໃນປີ 2024, ເມື່ອພື້ນຖານເສດຖະກິດອາເມລິກາ ແລະສະຫະພາບເອີລົບ (ອີຢູ) ເລີ່ມຟື້ນຟູ.

ເບິ່ງລວມແລ້ວ, ອາດສາມາດເຫັນວ່າ ໄລຍະຫຍຸ້ງຍາກທີ່ສຸດຂອງຫວຽດນາມ ໃນວິວັດການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ານໄປແລ້ວ, ໂດຍສະເພາະແມ່ນບາງຂົງເຂດ, ຄື: ອະສັງຫະລິມະຊັບ, ຕ່ຳແຜ່ນຕັດຫຍິບ, ເກີບໜັງ ແລະອຸດສາຫະກຳເອເລັກໂຕນິກ... ສ່ວນຫຼາຍດັດຊະນີການເຕີບໂຕເສດຖະກິດຂອງຫວຽດນາມ ປີ 2024 ໄດ້ຮັບການຄາດຄະເນວ່າ ຈະຕັ້ງໜ້າກວ່າປີ 2023.

ຕ້ອງສືບຕໍ່ “ແກ້ໄຂບັນຫາ” ສ້າງໂຄງປະກອບເສດຖະກິດຄືນໃໝ່

ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລ້ວ, ປີ 2024, ຫວຽດນາມ ສືບຕໍ່ຖືກ “ຜົນກະທົບຄວບຄູ່” ຈາກບັນດາປັດໄຈບໍ່ສະດວກຈາກພາຍນອກ ແລະບັນດາຂໍ້ຈຳກັດ, ຄົງຂ້າງພາຍໃນ; ກາລະໂອກາດ, ຄວາມສະດວກ ແລະຄວາມຫຍຸ້ງຍາກ, ສິ່ງທ້າທາຍສະຫຼັບກັນ, ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກວ່າ, ໂດຍສະເພາະໃນການບໍລິຫານເສດຖະກິດມະຫາພາກ, ທັງຕ້ອງຄວບຄຸມໄພເງິນເຟີ້ທັງຕ້ອງຊຸກຍູ້ການເຕີບໂຕ.

ເພື່ອສູ້ຊົນປະຕິບັດສຳເລັດເປົ້າໝາຍແຜນການພັດທະນາເສດຖະກິດ-ສັງຄົມ ປີ 2024, ແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໄລຍະ 2021-2025, ລັດຖະບານ ບຸລິມະສິດບໍລິຫານພື້ນຖານເສດຖະກິດໃນການສະສົມກຳລັງ ແລະປຸກລະດົມກຳລັງແຮງຈາກການປະຕິບັດບັນດາມະຕິຂອງພັກ, ສະພາແຫ່ງຊາດ, ໂດຍສະເພາະແມ່ນ 3 ບຸກທະລຸຍຸດທະສດ, 6 ໜ້າທີ່ຈຸດສຸມ ແລະ 12 ກຸ່ມມາດຕະການຕົ້ນຕໍ. ລັດຖະບານບຸລິມະສິດ, ຍູ້ແຮງການເຕີບໂຕຕິດພັນກັບການປັບປຸງ, ຮັກສາເສດຖະກິດມະຫາພາກໃຫ້, ຄວບຄຸມໄພເງິນເຟີ້. ບັນດາບັນຫາຕ້ອງສືບຕໍ່ເອົາໃຈໃສ່ປະຕິບັດແມ່ນ: ສືບຕໍ່ບໍລິຫານນະໂຍບາຍເງິນຕາເປັນເຈົ້າການ, ມີໄຫວພິບ, ທັນທີ, ມີປະສິດທິຜົນ. ສືບຕໍ່ປະຕິບັດບັນດານະໂຍບາບຍົກເລີກ, ຫຼຸດພາສີອາກອນ, ຄ່າທຳນຽມ, ຫຼຸດດອກເບ້ຍສິນເຊື່ອໃຫ້ກູ້ຢືມ. ສຸມໃສ່ສິນເຊື່ອໃຫ້ບັນດາກຳລັງໜູນເຕີບໂຕ (ການລົງທຶນ, ການບໍລິໂພກ, ການສົ່ງອອກ), ບັນດາຂົງເຂດບຸລິມະສິດ. ສູ້ຊົນປີ 2024 ເຕີບໂຕສິນເຊື່ອກວ່າ 15% ແລະອັດຕາປ່ອຍເງິນທຶນສາທາລະນະກວ່າ 95% ແຜນການ; ເພີ່ມລາຍຮັບງົບປະມານແຫ່ງລັດ ປະມານ 5% ເມືື່ອທຽບໃສກັບການປະຕິບັດໃນປີ 2023.

ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນແປງໃໝ່ຮູບການເຕີບໂຕ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ; ພັດທະນາເສດຖະກິດດີຈີຕອນ (ຕາມ Google, ເສດຖະກິດດີຈີຕອນຫວຽດນາມ ຄາດວ່າຈະບັນລຸ 45 ຕື້ໂດລາສະຫະລັດ ໃນປີ 2025 ທຽບໃສ່ 30 ຕື້ໂດລາສະຫະລັດໃນປີ 2023), ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຄ້າເອເລັກໂຕນິກ, ບັນດາຂະແໜງການ, ຂົງເຂດຫາກໍ່ພົ້ນເດັ່ນ; ຟື້ນຟູ, ພັດທະນາຢ່າງແຮງບັນດາຂະແໜງອຸດສາຫະກຳ, ໂດຍສະເພາະແມ່ນອຸດສາຫະກຳປຸງແຕ່ງ, ປະດິດ.

ພິເສດ, ຕ້ອງສືບຕໍ່ຮັດແໜ້ນລະບຽບວິໄນໄປຄຽງຄູ່ກັບການເສີມຂະຫຍາຍລັກສະນະເປັນເຈົ້າການ, ມີໄຫວພິບ, ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບຂອງອຳນາດການປົກຄອງທຸກຂັ້ນ, ຖືປະຊາຊົນ, ວິສາຫະກິດແມ່ນໃຈກາງ, ແມ່ນເຈົ້າກຳ, ແມ່ນກຳລັງໜູນ ແລະເປົ້າໝາຍຂອງການພັດທະນາ; ສ້າງສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດຢ່າງສະດວກ, ປອດໄພ, ສະເໝີພາບເພື່ອໃຫ້ວິສາຫະກິດພັດທະນາ ແລະອຸທິດສ່ວນເພື່ອຜົນປະໂຫຍດລວມຂອງປະເທດ, ທ້ອງຖິ່ນ, ປະຊາຊົນ, ວິສາຫະກິດ.

ໂດຍ: ແສງເດືອນ