leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະ ຈີນ. ພາບ: moit.gov.vn

ທີ່ກອງປະຊຸມ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະອໍານາດການປົກຄອງປະຊາຊົນແຂວງ ໄຫໜານ ໄດ້ແນະນຳທິດທາງການຮ່ວມມືພັດທະນາເສດຖະກິດ-ການຄ້າລະຫວ່າງ ຫວຽດນາມ-ຈີນ ເວົ້າລວມ ແລະກັບແຂວງໄຫໜານ ເວົ້າສະເພາະ, ພ້ອມທັງແບ່ງປັນກ່ຽວກັບກາລະໂອກາດ ແລະຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ ແລະການລົງທຶນໃນຂະແໜງອຸດສາຫະກຳ ແລະການຄ້າ ໃຫ້ປະຊາຄົມວິສາຫະກິດຫວຽດນາມ ແລະຈີນ; ຈັດຕັ້ງລາຍການເຊື່ອມຕໍ່ ແລະແລກປ່ຽນການຄ້າໃຫ້ວິສາຫະກິດຂອງສອງປະເທດ ເພື່ອຊອກຫາກາລະໂອກາດຮ່ວມມືທີ່ເໝາະສົມກັບຄວາມຕ້ອງການນຳເຂົ້າ ແລະສົ່ງອອກສິນຄ້າຂອງແຕ່ລະວິສາຫະກິດ, ຜ່ານນັ້ນຍູ້ແຮງ ແລະເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະແຂວງ ໄຫໜານ.

ໂດຍ: ທູຈາງ