leftcenterrightdel
ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງດ່ານັ້ງ ແລະ Bremen. ພາບ: vov.vn.

ທີ່ລາຊະອານາຈັກອັງກິດ, ຄະນະໄດ້ຈັດຕັ້ງການໂອ້ລົມສົນທະນາ “ດ່ານັ້ງ Business Roundtable” ເພື່ອແນໃສ່ໂຄສະນາກ່ຽວກັບສະພາບແວດລ້ອມການລົງທຶນ, ການຄ້າ, ການທ່ອງທ່ຽວ ແລະແນະນຳບາງໂຄງການຈຸດສຸມ, ຮຽກຮ້ອງການລົງທຶນຂອງນະຄອນດ່ານັ້ງ ມາຍັງບັນດາວິສາຫະກິດ, ນັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນຢູ່ລາຊະອານາຈັກອັງກິດ.

ທີ່ເຢຍລະມັນ, ຄະນະປະຕິບັດງານໄດ້ເຂົ້າຮ່ວມກອງປະຊຸມສຳມະນາສົ່ງເສີມການລົງທຶນເຂົ້າດ່ານັ້ງ. ການນຳນະຄອນດ່ານັ້ງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ການກຳນົດທິດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຂອງນະຄອນດ່ານັ້ງ ແມ່ນສືບຕໍ່ໃຫ້ບຸລິມະສິດດຶງດູດບັນດາໂຄງການຂຶ້ນກັບບັນດາຂະແໜງ, ຂົງເຂດເຕັກໂນໂລຊີສູງ, ກ້າວໜ້າ, ເຕັກໂນໂລຢີເປັນມິດກັບສິ່ງແວດລ້ອມ, ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່; ພັດທະນາໂຄງປະກອບພື້ນຖານໂຄງລ່າງເຕັກນິກທັນສະໄໝ, ພິເສດແມ່ນບັນດາຂະແໜງອາຊີບໃໝ່ໃນພື້ນຖານເຕັກໂນໂລຢີ 4.0.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ