ປະຈຸບັນ, ແຂວງ ດົ່ງນາຍ ມີວິສາຫະກິດທີ່ມາຈາກ 44 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຂົງເຂດຕ່າງໆດ້ວຍ 1.545 ໂຄງການຍັງມີຜົນສັກສິດ, ຍອດຈຳນວນເງິນລົງທຶນກວ່າ 32 ຕື້ໂດລາສະຫະລັດ; ໃນນັ້ນມີ 17 ໂຄງການຂອງວິສາຫະກິດອົດສະຕາລີ ດ້ວຍຍອດຈຳນວນທຶນກວ່າ 62 ລ້ານໂດລາສະຫະລັດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ນິງລົກ.

ທີ່ກອງປະຊຸມ, ການນຳແຂວງດົ່ງນາຍ ປາດຖະໜາວ່າ ບັນດາວິສາຫະກິດອົດສະຕາລີ ແລະຫວຽດນາມ, ພິເສດແມ່ນວິສາຫະກິດດົ່ງນາຍ ເພີ່ມທະວີການແລກປ່ຽນດ້ານການຄ້າ, ລົງທຶນພັດທະນາການຜະລິດ ແລະດຳເນີນທຸລະກິດຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ...  ໃນລາຍການກອງປະຊຸມ, ຄະນະຜູ້ແທນໄດ້ເຂົ້າຮ່ວມງານຕະຫຼາດນັດ, ຊອກຫາຄູ່ຮ່ວມມືດຳເນີນທຸລະກິດກັບວິສາຫະກິດອົດສະຕາລີ; ເຮັດວຽກກັບວິສາຫະກິດຈຳນວນໜຶ່ງໃນຂົງເຂດຜະລິດຕະພັນກະສິກຳ, ສະບຽງອາຫານ, ແລະຫັດຖະກຳສິລະປະ…

ໂດຍ: ໄຊນີດາ