leftcenterrightdel
ທ່ານ ຫງວຽນວັນເຊີນ ປະທານຄະນະກໍາມະການປະຊາຊົນແຂວງຕວຽນກວາງ ມອບຂໍ້ຕົກລົງຮ່ວມມືຂຸດຄົ້ນພັດທະນາການທ່ອງທ່ຽວ ແລະບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລົງທຶນໃຫ້ແກ່ບັນດານັກລົງທຶນເຂົ້າຂະແໜງການທ່ອງທ່ຽວ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາແຂວງທີ່ມີມໍລະດົກຂັບແທນ ໃຫ້ຄໍາໝັ້ນສັນຍາ ຍາມໃດກໍ່ມານະພະຍາຍາມປັບປຸງສະພາບແວດລ້ອມການທ່ອງທ່ຽວ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາກຸ່ມບໍລິສັດ, ວິສາຫະກິດ ລົງທຶນເຂົ້າຂົງເຂດການທ່ອງທ່ຽວ; ໃຫ້ບຸລິມະສິດແກ່ການພັດທະນາໂຄງລ່າງຄົມມະນາຄົມ, ໂທລະຄົມມະນາຄົມ, ໄຟຟ້າ ແລະບັນດາພື້ນຖານດ້ານວັດຖຸ ແລະເຕັກນິກຮັບໃຊ້ການທ່ອງທ່ຽວ; ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວ. ພ້ອມກັນນັ້ນແມ່ນສ້າງຜະລິດຕະພັນການທ່ອງທ່ຽວໃໝ່, ເພີ່ມທະວີການສ້າງລາຍການທ່ອງທ່ຽວລະຫວ່າງເຂດຕ່າງໆ, ຍູ້ແຮງການເຊື່ອມຕໍ່ການເຄື່ອນໄຫວສົ່ງເສີມ, ໂຄສະນາເຜີຍແຜ່, ສ້າງລາຍການສະແດງສິລະປະຂັບແທນ ເພື່ອສະແດງຮັບໃຊ້ນັກທ່ອງທ່ຽວ ຢູ່ບັນດາສະຖານທີ່ທ່ອງທ່ຽວວັດທະນະທໍາ, ປະຫວັດສາດ.

ໂດຍ: ທູຈາງ