leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: MPI

ທີ່ການເຮັດວຽກ, ກະຊວງແຜນການ ແລະການລົງທຶນ ແລະຄະນະຜູ້ແທນຂັ້ນສູງວິສາຫະກິດ ໄດ້ປຶກສາຫາລືຄວາມເປັນໄປໄດ້ໃນການຮ່ວມມືໃນບາງຂົງເຂດ, ຄື: ການພັດທະນາແບບຍືນຍົງ, ການຫັນປ່ຽນດີຈີຕອນ, ການເຕີບໂຕສີຂຽວ, ການປ່ຽນແປງໃໝ່ປະດິດສ້າງ, ສາທາລະນະສຸກ, ເສດຖະກິດ, ພື້ນຖານໂຄງລ່າງ, ການບິນ... ໄລ່ຮອດວັນທີ 20 ກຸມພາ 2022, ອາເມລິກາ ຢືນອັນດັບທີ 11 ໃນບັນຊີລາຍຊື່ 140 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ. ປະຈຸບັນ, ນັກລົງທຶນອາເມລິກາ ມີ 1.145 ໂຄງການຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 10,3 ຕື້ໂດລາສະຫະລັດ.

ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຈິຢຸງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຂອງບັນດາວິສາຫະກິດສະມາຊິກ USABC ຢູ່ ຫວຽດນາມ ໃນຫຼາຍປີຜ່ານມາ. ຕາມນັ້ນແລ້ວ, ບາງບຸລິມະສິດຂອງກະຊວງແຜນການ ແລະການລົງທຶນໃນປີ 2022 ແມ່ນສືບຕໍ່ກວດກາຄືນ ແລະປັບປຸງລະບອບລະບຽບການ, ກົນໄກ ແລະນະໂຍບາຍໃຫ້ສົມບູນແບບ; ຍູ້ແຮງການປະຕິຮູບດ້ານລະບຽບການບໍລິຫານ; ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້... ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງທຸກເງື່ອນໄຂໃຫ້ບັນດາວິສາຫະກິດອາເມລິກາ ລົງທຶນສຳເລັດຜົນ, ຍືນຍົງ ແລະ ຍາວນານ ຢູ່ ຫວຽດນາມ.

ໂດຍ: ທະນາພອນ