ພ້ອມກັບບ້ວງເງິນອຸປະຖໍາທີ່ມີຢູ່ແລ້ວ, ຄຳໝັ້ນສັນຍານີ້ຈະລະດົມທຶນຈາກພາກເອກະຊົນເກືອບ 70 ລ້ານ AUD ເພື່ອໜູນຊ່ວຍຕະຫຼາດ startup ເຕັກໂນໂລຢີພວມເຕີບໂຕຢູ່ ຫວຽດນາມ.

leftcenterrightdel
ທ່ານນາງ Robyn Mudie (ເສື້ອສີບົວ) ພົບປະກັບພະນັກງານບໍລິສັດ Ascend Vietnam Ventures. ພາບ: ເລຈາງ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ  ປະຈໍາ ຫວຽດນາມ ແບ່ງປັນວ່າ ບ້ວງເງິນລົງທຶນນີ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອົດສະຕາລີ ເພື່ອແນໃສ່ເພີ່ມທະວີຄວາມສາມາດຂອງນັກທຸລະກິດໜຸ່ມ, ໃນນັ້ນມີນັກທຸລະກິດຍິງໃນການເປີດກວ້າງຂອບຂະໜາດວິສາຫະກິດ ແລະສ້າງຜົນກະທົບທີ່ຕັ້ງໜ້າໃຫ້ສິ່ງແວດລ້ອມ ແລະສັງຄົມ. ບ້ວງເງິນລົງທຶນໃຫ້ AVV ຂອງອົດສະຕາລີ ລວມມີທຶນເບື້ອງຕົ້ນໃຫ້ບັນດາວິສາຫະກິດຫາກໍ່ສ້າງຕັ້ງຢູ່ຫວຽດນາມ, ຜ່ານນັ້ນຊ່ວຍສ້າງວຽກເຮັດງານທຳໃໝ່ຫຼາຍຢ່າງ, ເພີ່ມລາຍຮັບເມື່ອພື້ນຖານເສດຖະກິດຟື້ນຟູຫຼັງພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ