ທີ່ການເຮັດວຽກ, ທ່ານ ຟ້າມຊວນຖັງ, ເລຂາພັກແຂວງຫາຍເຢືອງ ໄດ້ແຈ້ງໃຫ້ທ່ານ Antonio Alessandro ຊາບໂດຍສັງເຂບກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຂວງ. ທ່ານ ຟ້າມຊວນຖັງ ສະເໜີໃຫ້ສະຖານທູດ ແລະບັນດາອົງການກ່ຽວຂ້ອງຂອງອີຕາລີ ປະຈໍາຫວຽດນາມ ສົມທົບກັນ, ໜູນຊ່ວຍແຂວງຫາຍເຢືອງ ເຊື່ອມຕໍ່, ດຶງດູດວິສາຫະກິດອີຕາລີ ເຂົ້າມາລົງທຶນຢູ່ແຂວງ, ໜູນຊ່ວຍ, ຊຸກຍູ້ການຖ່າຍທອດເຕັກນິກໃນຂະແໜງອຸດສາຫະກໍາເຕັກໂນໂລຢີສູງ, ປຸງແຕ່ງຜະລິດຕະພັນກະເສດ, ຜະລິດຢຸກຢາ ແລະບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາວິສາຫະກິດຢູ່ໃນແຂວງ...

leftcenterrightdel
ທ່ານ ຟ້າມຊວນຖັງ, ເລຂາພັກແຂວງຫາຍເຢືອງ ເຮັດວຽກກັບທ່ານ Antonio Alessandro ເອກອັກຄະລັດຖະທູດອີຕາລີ ປະຈໍາ ຫວຽດນາມ. ພາບ: baodautu.vn.

ສ່ວນທ່ານ Antonio Alessandro ກໍ່ສະແດງຄວາມປາດຖະໜາວ່າ ສະຖານທູດອີຕາລີ ຈະເປັນຂົວເຊື່ອມຕໍ່ເພື່ອນໍາເອົາບັນດາໂຄງການລົງທຶນເຕັກໂນໂລຢີ, ການບໍລິການທີ່ມີຄຸນນະພາບສູງ, ມີປະສິດທິຜົນມາໃຫ້ຫວຽດນາມ ເວົ້າລວມ ແລະແຂວງຫາຍເຢືອງ ເວົ້າສະເພາະ.

ທີ່ການເຮັດວຽກ, ການນໍາຂອງບາງອົງການຂອງອີຕາລີ ປະຈໍາ ຫວຽດນາມ ພ້ອມກັບພະແນກ, ຂະແໜງການຂອງແຂວງຫາຍເຢືອງ ໄດ້ແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພາຍຫຼັງການເຮັດວຽກ, ສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມໃນແຜນການສົມທົບກັນ, ຊຸກຍູ້ການຮ່ວມມືລົງທຶນ, ຊຸກຍູ້ການແລກປ່ຽນດ້ານເສດຖະກິດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ກິລາລະຫວ່າງຝ່າຍອີຕາລີ ແລະແຂວງຫາຍເຢືອງ.

ໂດຍ: ທູຈາງ