ເພື່ອແນໃສ່ຊຸກຍູ້ການຄ້າ, ການລົງທຶນຫວຽດນາມ-ອິນເດຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (1972-2022), ອົງການການຄ້າຫວຽດນາມ ຢູ່ອິນເດຍ ພວມສ້າງແຜນການສົມທົບກັບຫ້ອງການທະນາຍຄວາມ, ບໍລິສັດໜູນຊ່ວຍດ້ານນິຕິກຳ, ຫ້ອງການການຄ້າ ແລະອຸດສາຫະກຳຫວຽດນາມ (VCCI), ສະພາສົ່ງເສີມການຄ້າ, ສົ່ງອອກນໍາເຂົ້າອິນເດຍ ໄດ້ຈັດຕັ້ງ 50 ລາຍການແນະນໍາຂໍ້ມູນກ່ຽວກັບຕະຫຼາດ, ການສົ່ງເສີມການຄ້າ, ການລົງທຶນຢູ່ອິນເດຍ.

leftcenterrightdel
ທ່ານ ໂດກ໊ວກຮືງ ຮອງຫົວໜ້າກົມຕະຫຼາດອາຊີ-ອາຟະລິກາ, ກະຊວງອຸດສາຫະກຳ ແລະການຄ້າ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ໂດກ໊ວກຮືງ ຮອງຫົວໜ້າກົມຕະຫຼາດອາຊີ-ອາຟະລິກາ, ກະຊວງອຸດສາຫະກຳ ແລະການຄ້າ ຊົມເຊີຍຂໍ້ລິເລີ່ມກ່ຽວກັບການຈັດຕັ້ງບັນດາເຫດການນີ້. ທ່ານຢັ້ງຢືນວ່າ ການເຄື່ອນໄຫວນີ້ແທດຈິງທີ່ສຸດ, ຊ່ວຍໃຫ້ວິສາຫະກິດຂອງສອງປະເທດຊອກຫາກາລະໂອກາດດຳເນີນທຸລະກິດ ແລະຟື້ນຟູຫຼັງພະຍາດໂຄວິດ-19. ນີ້ແມ່ນການເຄື່ອນໄຫວຢ່າງລະອຽດ, ຕິດພັນກັບພຶດຕິກຳຕົວຈິງ, ຊ່ວຍໃຫ້ວິສາຫະກິດຂອງສອງປະເທດຊຸກຍູ້ການເຄື່ອນໄຫວທຸລະກິດ, ຜ່ານນັ້ນຊຸກຍູ້ການຄ້າສອງຝ່າຍໃຫ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ບັນລຸໄດ້ເປົ້າໝາຍ 15 ຕື້ໂດລາສະຫະລັດໂດຍໄວ ເຊິ່ງການນໍາສອງປະເທດໄດ້ວາງອອກ. ທ່ານຢັ້ງຢືນວ່າໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະການຄ້າ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາວິສາຫະກິດໃນການຊອກຫາຄູ່ຮ່ວມມື, ອະທິບາຍ, ແກ້ໄຂຂໍ້ຕິດຂັດຂອງວິສາຫະກິດເມື່ອດຳເນີນທຸລະກິດຢູ່ຕະຫຼາດອິນເດຍ.

ໂດຍ: ເຈິ່ນຮວ່ຽນ