leftcenterrightdel
ຜະລິດຕະພັນກະເສດ, ສະບຽງອາຫານຫວຽດນາມ ໄດ້ຮັບຄວາມນິຍົມຢູ່ຕະຫຼາດຈີນ. ພາບ: congthuong.vn.

ຜະລິດຕະພັນກະເສດ, ສະບຽງອາຫານຂອງຫວຽດນາມ ໄດ້ ແລະກໍາລັງໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກຈີນ ຍ້ອນວ່າຄຸນນະພາບ ແລະຄວາມສາມາດສະໜອງນັບມື້ນັບໄດ້ຮັບການປັບປຸງ. ຍ້ອນຄວາມຕ້ອງການຫຼາຍສະນັ້ນຍັງມີໂອກາດເພື່ອໃຫ້ສິນຄ້າປະເພດດັ່ງກ່າວເປີດກວ້າງການ ສົ່ງອອກຢູ່ຕະຫຼາດຈີນ ເວົ້າລວມ ແລະຕະຫຼາດແຂວງກວາງຕຸງ ເວົ້າສະເພາະ.

ເພື່ອໃຫ້ສິນຄ້າຂອງຫວຽດນາມເພີ່ມວົງເງິນສົ່ງອອກຢູ່ຕະຫຼາດແຂວງກວາງຕຸງ, ຜູ້ຕາງໜ້າກົງສູນໃຫຍ່ຫວຽດນາມ ຢູ່ແຂວງກວາງຕຸງ ໃຫ້ຮູ້ວ່າ: ມີບັນດາຄູ່ຮ່ວມມືໃຫຍ່ຢູ່ກວາງຕຸງ ດໍາເນີນທຸລະກິດຜະລິດຕະພັນກະເສດແຕ່ບໍ່ໄດ້ນໍາເຂົ້າໂດຍກົງ, ຫາກຕ້ອງຜ່ານການມອບສິດ. ສະນັ້ນ, ວິສາຫະກິດພາຍໃນປະເທດຕ້ອງຊອກຫາຄູ່ຮ່ວມມືການຄ້າ, ພິເສດແມ່ນບັນດາວິສາຫະກິດສົ່ງອອກຜ່ານຊາຍແດນໂດບບໍ່ຜ່ານທາງທະເລ.

ໂດຍ: ດັ້ງເກື່ອງ