ເທດສະບານເມືອງ La Plagne Tarentaise ປາດຖະໜາຢາກຮ່ວມມືກັບທ້ອງຖິ່ນຕ່າງໆຂອງຫວຽດນາມ
    
    
    
        
            
ກປ.ອອນໄລ - ຫວ່າງແລ້ວນີ້, ຢູ່ສູນຂໍ້ມູນຂ່າວສານທ່ອງທ່ຽວຂອງເທດສະບານເມືອງ La Plagne Tarentaise, ຝຣັ່ງ, ທ່ານ Jean-Luc Boch ເຈົ້າຄອງເທດສະບານ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖານທູດ ແລະອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຝຣັ່ງ ນໍາໂດຍທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດ.
        
        
        
            
	ທີ່ການຕ້ອນຮັບ, ທ່ານ Jean-Luc Boch ສະແດງຄວາມມຸ່ງມາດປາດຖະໜາຢາກເຊື່ອມຕໍ່ ແລະຊອກຫາກາລະໂອກາດຮ່ວມມືກັບນະຄອນ ແລະທ້ອງຖິ່ນຕ່າງໆຂອງຫວຽດນາມ. ທ່ານເຊື່ອໝັ້ນວ່າ ໃນການພົວພັນຮ່ວມມືນັ້ນຖ້າບັນລຸໄດ້ຂໍ້ຕົກລົງກ່ຽວກັບຫຼັກການຈະໄດ້ຜັນຂະຫຍາຍ "ຢ່າງວ່ອງໄວ ແລະຍາວນານ".
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. | 
		
	
	ສ່ວນທ່ານ ດິງຕວ່ານທັ໊ງ ໃຫ້ຮູ້ວ່າ ໃນການຢ້ຽມຢາມນີ້, ຄະນະຜູ້ແທນຫວຽດນາມ ຢາກແນະນໍາໃຫ້ປະຊາຊົນທ້ອງຖິ່ນ ແລະນັກທ່ອງທ່ຽວກ່ຽວກັບວັດທະນະທຳທີ່ອຸດົມສົມບູນ, ທັດສະນີຍະພາບ ແລະການທ່ອງທ່ຽວຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ຖືວ່າດ້ວຍຄວາມສາມາດບົ່ມຊ້ອນ ແລະທ່າແຮງຂອງຕົນ, ເທດສະບານເມືອງ La Plagne Tarentaise ມີແງ່ຫວັງຫຼາຍຢ່າງເພື່ອຮ່ວມມືກັບທ້ອງຖິ່ນຢູ່ຫວຽດນາມ, ແບ່ງປັນບົດຮຽນໃນການພັດທະນາການບໍລິການດ້ານການຄ້າ ແລະການທ່ອງທ່ຽວ, ແຜນຜັງເຂດພັກຜ່ອນບໍາລຸງສຸຂະພາບ ແລະກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດນີ້...
	ໂດຍ: ເຈິ່ນຮວ່ຽນ