ການໜູນຊ່ວຍດ້ານເຕັກນິກນີ້ຈະມີການໃຫ້ຄຳປຶກສາດ້ານນະໂຍບາຍ, ຊ່ວຍກະກຽມໂຄງການພື້ນຖານໂຄງລ່າງ ແລະເພີ່ມທະວີກໍາລັງຄວາມສາມາດດ້ານລະບອບລະບຽບການ ເພື່ອຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ. ບ້ວງເງິນຊ່ວຍເຫຼືອລວມມີເງິນຊ່ວຍເຫຼືອລ້າຈາກລັດຖະບານການາດາ 2,7 ລ້ານໂດລາສະຫະລັດ ແລະເງິນຊ່ວຍເຫຼືອລ້າຈາກລັດຖະບານອົດສະຕາລີ 1,9 ລ້ານໂດລາສະຫະລັດ ເງິນທັງສອງບ້ວງນີ້ແມ່ນ ADB ເປັນຜູ້ຄຸ້ມຄອງ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ Donald Lambert ນັກຊ່ຽວຊານຮັບຜິດຊອບການພັດທະນາພາກເອກະຊົນຂອງ ADB, ໃຫ້ສັງເກດວ່າ ເພື່ອບັນລຸໄດ້ເປົ້າໝາຍຂອງຍຸດທະສາດພັດທະນາເສດຖະກິດ - ສັງຄົມ 2021-2030, ຮັກສາການເຕີບໂຕຢູ່ໃນລະດັບ 6%-7% ແລະບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ, ຫວຽດນາມ ຈະຕ້ອງຍູ້ແຮງການປະຕິຮູບເສດຖະກິດ, ເປີດກວ້າງບົດບາດຂອງພາກເອກະຊົນໃນການຊຸກຍູ້ການພັດທະນາຂອງປະເທດຊາດຕື່ມອີກ.

ໂດຍ: ທະນາພອນ