leftcenterrightdel
ພາບປະກອບຄັດຈາກ: baochinhphu.vn.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ຫງວຽນທິບິ໊ກງອັກ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ຊົມເຊີຍ ແລະຕີລາຄາສູງຂໍ້ລິເລີ່ມ FYIstival ຂອງ SBF, ຢັ້ງຢືນວ່າ ຫວຽດນາມ ພວມແມ່ນສະຖານທີ່ລົງທຶນຂອງກວ່າ 140 ປະເທດ ແລະເຂດແຄວ້ນ. ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ 3 ຢູ່ຫວຽດນາມ ແຕ່ໄດ້ບືນຕົວຂຶ້ນນໍາໜ້າໃນ 6 ເດືອນຕົ້ນປີ 2021 ດ້ວຍຍອດເງິນລົງທຶນປະມານ 5,64 ຕື້ໂດລາສະຫະລັດ.

ຫວຽດນາມ ແລະສິງກະໂປ ມີການພົວພັນຮ່ວມມືດ້ານເສດຖະກິດຢ່າງແໜ້ນແຟ້ນດ້ວຍຂອບນິຕິກຳຄົບຖ້ວນ, ນັບມື້ນັບສົມບູນແບບ, ລວມມີຂໍ້ຕົກລົງ, ສັນຍາສອງຝ່າຍ ແລະໃນຂອບເຂດບັນດາສັນຍາການຄ້າຫຼາຍຝ່າຍ, ສ້າງກົນໄກສະດວກເພື່ອໃຫ້ວິສາຫະກິດຊອກຫາກາລະໂອກາດລົງທຶນ, ຮ່ວມມືດໍາເນີນທຸລະກິດ.

ທ່ານ Jaya Ratnam ເອກອັກຄະລັດຖະທູດສິງກະໂປ ປະຈໍາ ຫວຽດນາມ ກໍ່ຖືວ່າ ການສຶກສາກໍ່ສ້າງ, Fintech, E-wallets, ການຄ້າເອເລັກໂຕນິກ... ແມ່ນບັນດາຂົງເຂດ, ຂະແໜງອາຊີບທີ່ມີກາລະໂອກາດຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດໃຫ້ວິສາຫະກິດລົງທຶນສິງກະໂປ.

ໂດຍ: ກວຽດເຕິມ