ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ Juan Freer ຮອງປະທານສະພາບໍລິຫານທະນາຄານ BANCOEX ໃຫ້ຮູ້ວ່າ ໃນຊຸມປີມໍ່ໆມານີ້, ວົງເງິນສົ່ງອອກສິນຄ້າຂອງເວເນຊູເອລາ ໄປຍັງຫວຽດນາມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຈາກລະດັບ 1,2 ລ້ານໂດລາສະຫະລັດໃນປີ 2017 ຂຶ້ນເຖິງລະດັບ 4,8 ໂດລາສະຫະລັດໃນປີ 2019 ແລະເຊື່ອໝັ້ນວ່າຕົວເລກດັ່ງກ່າວຍັງຈະເພີ່ມຂຶ້ນຫຼາຍກວ່າອີກ.

leftcenterrightdel
ທ່ານ ເລວ໊ຽດຢວຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ເປັນປະທານກອງປະຊຸມສໍາມະນາຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ເລວ໊ຽດຢວຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ແນະນໍາສິນຄ້າສົ່ງອອກທີ່ມີທ່າແຮງຂອງຫວຽດນາມ ເປັນຕົ້ນແມ່ນຜະລິດຕະພັນປະເພດຕ່າງໆ, ຄື: ເຂົ້າສານ, ກາເຟ, ໝາກມ່ວງຫິມະພານ, ໂທລະສັບ, ເຄື່ອງອາໄລ່ເອເລັກໂຕນິກ, ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບ, ສິນໃນນໍ້າ... ທ່ານ ເລວ໊ຽດຢວຽນ ໃຫ້ຮູ້ວ່າ ຜ່ານກອງປະຊຸມສໍາມະນາດັ່ງກ່າວ, ທະນາຄານ BANCOEX ກໍ່ຄືວິສາຫະກິດອື່ນອີກຂອງເວເນຊູເອລາ ຈະເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບຕະຫຼາດຫວຽດນາມ, ຈາກນັ້ນວາງອອກຍຸດທະສາດດໍາເນີນທຸລະກິດສົ່ງອອກ-ນໍາເຂົ້າທີ່ເໝາະສົມ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງສອງປະເທດ.

ໂດຍ: ທູຈາງ