ທີ່ການເຮັດວຽກ, ສອງຝ່າຍໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 15 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ຢູແກຼນ ກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກຄາດຄະເນວ່າຈະຈັດຕັ້ງຜ່ານລະບົບທາງໄກໃນທ້າຍເດືອນມັງກອນ 2021.

ດ້ວຍຈຸດສຸມໃໝ່ໃນນະໂຍບາຍພົວພັນຕ່າງປະເທດຂອງຢູແກຼນ ແມ່ນຍູ້ແຮງດ້ານການທູດເສດຖະກິດໄປຍັງພາກພື້ນອາຊີ, ທ່ານ ຫງວຽນຮົ່ງແທັກ ເຊື່ອໝັ້ນວ່າ ການຄ້າ ແລະການຮ່ວມມືດ້ານເສດຖະກິດຈະແມ່ນຂົງເຂດສໍາຄັນທີ່ສຸດໃນການພົວພັນລະຫວ່າງຫວຽດນາມ ແລະຢູແກຼນ ໃນປະຈຸບັນ. ພ້ອມກັນນັ້ນ,  ທ່ານກໍ່ໃຫ້ຄໍາໝັ້ນສັນຍາວ່າ ສະຖານທູດຫວຽດນາມ ປະຈໍາ ຢູແກຼນ ຈະເປັນຂົວເຊື່ອມຕໍ່ ແລະຍາມໃດກໍ່ກຽມພ້ອມແລກປ່ຽນກັບບັນດາຄູ່ຮ່ວມມືຢູແກຼນ ເພື່ອແນໃສ່ພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນ.

 

leftcenterrightdel
ທ່ານ ຫງວຽນຮົ່ງແທັກ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຢູແກຼນ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Taras Kachka ໃຫ້ຮູ້ວ່າ ຢູແກຼນ ມີທ່າແຮງດ້ານວິທະຍາສາດເຕັກໂນໂລຢີດ້ວຍປະສິດທິຜົນສູງ, ລາຄາຖືກກວ່າເມື່ອທຽບໃສ່ຫຼາຍປະເທດອື່ນ. ຄຽງຂ້າງນັ້ນ, ລັດຖະບານຢູແກຼນ ຫາກໍ່ສ້າງຕັ້ງກະຊວງບັນດາຂະແໜງອຸດສາຫະກໍາຍຸດທະສາດເພື່ອຊຸກຍູ້ພັດທະນາບັນດາຂະແໜງການທີ່ມີຄວາມສໍາຄັນທາງຍຸດທະສາດ ເຊິ່ງຢູແກຼນມີທ່າແຮງ. ນີ້ແມ່ນເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຢູແກຼນ ແລະຫວຽດນາມ ເປີດກວ້າງການຮ່ວມມືໃນຂົງເຂດນີ້. ທີ່ກອງປະຊຸມຈະມາເຖິງ, ຢູແກຼນ ກໍ່ຈະໃຫ້ບຸລິມະສິດແກ່ການເຈລະຈາກ່ຽວກັບບັນຫາກັກກັນພະຍາດພຶກສາຊາດສໍາລັບປະເພດສິນຄ້າຜະລິດຕະພັນກະເສດ ແລະຄົ້ນຄວ້າຄວາມສາມາດເຈລະຈາຂໍ້ຕົກລົງການຄ້າເສລີສອງຝ່າຍ.

ທ່ານ ຫງວຽນຮົ່ງແທັກ ແລະທ່ານ Taras Kachka ລ້ວນແຕ່ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການຮ່ວມມືດ້ານເສດຖະກິດ- ການຄ້າລະຫວ່າງສອງປະເທດ, ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມເພີ່ມທະວີການແລກປ່ຽນສິນຄ້າສອງສົ້ນໃຫ້ບັນລຸ 1 ຕື້ໂດລາສະຫະລັດໃນ 3 ປີຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ