leftcenterrightdel
ບັນດາຜູ້ແທນທີ່ການເຮັດວຽກ. ພາບ: ຮວ່າງເງິນ.

ທີ່ການເຮັດວຽກ, ທ່ານ ຫງວຽນແທັ່ງຟອງ ຖືວ່າການຢ້ຽມຢາມ ແລະເຮັດວຽກຢູ່ນະຄອນໂຮ່ຈີມິນຂອງຄະນະເອກອັກຄະລັດຖະທູດບັນດາປະເທດສະມາຊິກອີຢູ ປະຈໍາ ຫວຽດນາມ ເປັນການສະແດງໃຫ້ເຫັນຄວາມສົນໃຈຂອງບັນດາປະເທດອີຢູ ທີ່ມີຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ແລະຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມສາມາດບົ່ມຊ້ອນພັດທະນາຂອງນະຄອນໂຮ່ຈີມິນ; ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ນະຄອນໂຮ່ຈີມິນ ຈະສືບຕໍ່ປະຕິຮູບການບໍລິຫານ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ. ຕາມທ່ານ Giorgio Aliberti ແລ້ວ, ບັນດາຕົວເລກສະຖິຕິໄດ້ສະແດງໃຫ້ເຫັນວ່າການສົ່ງອອກຂອງຫວຽດນາມ ໄປຍັງ ເອີລົບໄດ້ເຕີບໂຕນັບແຕ່ເມື່ອສັນຍາການຄ້າເສລີຫວຽດນາມ-ອີຢູ ມີຜົນສັດສິດ ແລະແນ່ນອນວ່າຈະສືບຕໍ່ເພີ່ມຂຶ້ນໃນໄລຍະຈະມາເຖິງ. ບັນດາປະເທດສະມາຊິກອີຢູ  ໄດ້ລົງທຶນຢູ່ນະຄອນ 2.400 ໂຄງການ ດ້ວຍມູນຄ່າທັງໝົດແມ່ນ 4,7 ຕື້ໂດລາສະຫະລັດ, ເຊິ່ງສຸມໃສ່ເຂົ້າໃນບັນດາຂົງເຂດ: ການຄົມມະນາຄົມ-ຂົນສົ່ງ, ອຸດສາຫະກໍາປຸງແຕ່ງ, ປະສິດສ້າງ, ການສື່ສານ, ການສຶກສາກໍ່ສ້າງ, ການດໍາເນີນທຸລະກິດການຄ້າ...

ໂດຍ: ທູຈາງ