leftcenterrightdel
ທ່ານນາງ ເຈິ່ນກີມແຮ້ງ ຮອງຜູ້ອໍານວຍການ Biti’s Cambodia. ພາບ: nhandan.com.vn.

ຕາມທ່ານນາງ ເຈິ່ນກີມແຮ້ງ ຮອງຜູ້ອໍານວຍການ Biti’s Cambodia ແລ້ວ, ເຄື່ອງໝາຍການຄ້າຂອງ Biti’s ໄດ້ມີຊື່ສຽງຢູ່ພາຍໃນປະເທດ, ແຕ່ເມື່ອສົ່ງອອກຕະຫຼາດກໍາປູເຈຍ, ປະເທດນີ້ກໍ່ໄດ້ຜະລິດ ແລະນໍາເຂົ້າຜະລິດຕະພັນເກີບເຄື່ອງໝາຍການຄ້າອື່ນໆແລ້ວ. ຍ້ອນໄດ້ສ້າງຕັ້ງ ແລະພັດທະນາມາເປັນເວລາເກືອບ 40 ປີ ແລະເຄີຍຜະລິດໃຫ້ຫຼາຍເຄື່ອງໝາຍການຄ້າທີ່ມີຊື່ສຽງໃນໂລກ ສະນັ້ນ Biti’s ຈຶ່ງຕົກລົງແກ່ງແຍ້ງຢູ່ຕະຫຼາດນີ້.

ກ່າວຄໍາເຫັນຢູ່ທີ່ນີ້, ທ່ານ ຫວູກວາງມີງ ຊີ້ແຈ້ງວ່າ ຫວຽດນາມ-ກໍາປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ໃນນັ້ນການຮ່ວມມືດ້ານເສດຖະກິດ-ການຄ້ານັບມື້ນັບພັດທະນາ. ປີ 2020, ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນແຕ່ການພົວພັນຮ່ວມມືດ້ານການຄ້າລະຫວ່າງສອງປະເທດຍັງຮັກສາ, ພັດທະນາ, ໃນນັ້ນມີການປະກອບສ່ວນຂອງວົງເງິນສົ່ງອອກ-ນໍາເຂົ້າຜະລິດຕະພັນເກີບ Biti’s. ພ້ອມທັງເນັ້ນໜັກວ່າ ປະຈຸບັນ ຫວຽດນາມ ແລະກໍາປູເຈຍ ລ້ວນແຕ່ແມ່ນຄູ່ຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນສໍາຄັນຂອງກັນ. ການຮ່ວມມືມີປະສິດທິຜົນນີ້ໄດ້ປະກອບສ່ວນໜູນຊ່ວຍ, ເພີ່ມເຕີມໃຫ້ກັນໃນ ພາລະກິດສ້າງສາ ແລະພັດທະນາເສດຖະກິດຂອງແຕ່ລະປະເທດ.

ໂດຍ: ເຈິ່ນຮວ່ຽນ