ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ທ່ານ Chay Navuth ແລະສະຖານທູດກໍາປູເຈຍ ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວລະຫວ່າງສອງຝ່າຍ, ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ການແລກປ່ຽນການຄ້າລະຫວ່າງສອງປະເທດຈະກັບຄືນມາເປັນປົກກະຕິໂດຍໄວ ແລະສືບຕໍ່ໄດ້ຮັບການປັບປຸງເມື່ອພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ເລຂາພັກນະຄອນຮ່າໂນ້ຍ ຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດແຫ່ງລາຊະອານາຈັກກໍາປູເຈຍ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Chay Navuth ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນຫຼວງຮ່າໂນ້ຍ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມເຄົາລົບຢ່າງສູງຕໍ່ການຊ່ວຍເຫຼືອອຸປະກອນການແພດຂອງພັກ, ລັດຖະບານ ແລະປະຊາຊົນຫວຽດນາມທີ່ສະຫງວນໃຫ້ກໍາປູເຈຍ. ເຫັນດີຕໍ່ຄວາມປາດຖະໜາຢາກເຊື່ອມຕໍ່ການແລກປ່ຽນການຄ້າລະຫວ່າງສອງປະເທດ, ທ່ານ Chay Navuth ຫວັງວ່າຈະມີກາລະໂອກາດໄດ້ພົບປະກັບບັນດານັກລົງທຶນຂອງຫວຽດນາມ ແລະນະຄອນຮ່າໂນ້ຍຢູ່ກໍາປູເຈຍ ເພື່ອຮັບຟັງຄວາມມຸ່ງມາດປາດຖະໜາ ແລະແນວຄວາມຄິດໃນການລົງທຶນ, ດໍາເນີນທຸລະກິດ...

ໂດຍ: ເຈິ່ນຮວ່ຽນ