ເຂົ້າຮ່ວມກອງປະຊຸມສໍາມະນາມີທ່ານ ຫວູແອັງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາຊະອານາຈັກແບນຊິກ ແລະເປັນຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ສະຫະພາບເອີລົບ (ອີຢູ) ແລະທ່ານນາງ Axelle Nicaise ຮອງຫົວໜ້າຄະນະຜູ້ຕາງໜ້າອີຢູ ປະຈໍາຫວຽດນາມ, ພ້ອມກັບຜູ້ຕາງໜ້າຂອງກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງ, ສະມາຄົມວິສາຫະກິດ ແລະຜູ້ຕາງໜ້າວິສາຫະກິດແບນຊິກເກືອບ 100 ແຫ່ງ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫວູແອັງກວາງ ປາດຖະໜາຢາກໃຫ້ຫວຽດນາມ ແລະແບນຊິກ ເພີ່ມທະວີການຄ້າ ແລະການລົງທຶນສອງຝ່າຍໃນບັນດາຂົງເຂດມີຜົນປະໂຫຍດລວມ ແລະເພີ່ມເຕີມໃຫ້ກັນ, ຄື: ກະສິກໍາສະຫຼາດ, ພະລາທິການ... ແລະມຸ່ງໄປເຖິງບັນດາເປົ້າໝາຍລວມແມ່ນເຕີບໂຕການພັດທະນາແບບຍືນຍົງພາຍຫຼັງພະຍາດໂຄວິດ-19. ທ່ານ ຫວູແອັງກວາງ ຊີ້ແຈ້ງວ່າ ຫວຽດນາມມີຄວາມສາມາດສ້າງຄວາມສະດວກໃຫ້ບັນດາການເຄື່ອນໄຫວລົງທຶນສົ່ງອອກຂອງແບນຊິກກ່ຽວກັບທ່າກໍາປັ່ນທະເລ, ເຄືອຂ່າຍການຄົມມະນາຄົມທາງລົດໄຟ ແລະທາງທະເລ...

ທ່ານນາງ Axelle Nicaise ຕີລາຄາວ່າ ຕະຫຼາດຫວຽດນາມຈະມີການປັບປຸງຫຼາຍຢ່າງ ແລະກົດໝາຍຈະມີສະຖຽນລະພາບກວ່າ, ສະນັ້ນຈະດຶງດູດການລົງທຶນໄດ້ຫຼາຍ, ພ້ອມກັນນັ້ນບັນດາຄໍາໝັ້ນສັນຍາພັດທະນາແບບຍືນຍົງຈາກຝ່າຍຫວຽດນາມ ຈະໄດ້ປະຕິບັດເມື່ອສັນຍາມີຜົນສັກສິດ, ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດນັບມື້ນັບມີຄວາມສະດວກກວ່າ. 

ໂດຍ: ເຈິ່ນຮວ່ຽນ