ນັ້ນແມ່ນຄໍາຢັ້ງຢືນຂອງທ່ານ ເຢືອງແອັງດຶ໊ກ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໃນການເຮັດວຽກກັບທ່ານ Troels Jakobsen ທີ່ປຶກສາສະຖານທູດແດນມາກ ປະຈໍາ ຫວຽດນາມ, ທີ່ດໍາເນີນໃນຕອນບ່າຍວັນທີ 1 ກໍລະກົດ, ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍ.

leftcenterrightdel
ທ່ານ ເຢືອງແອັງດຶ໊ກ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບທ່ານ Troels Jakobsen ທີ່ປຶກສາສະຖານທູດແດນມາກ ປະຈໍາ ຫວຽດນາມ. ພາບ: hhcmcpv.org.vn.

ແບ່ງປັນກ່ຽວກັບກຳນົດທິດພັດທະນານະຄອນໃນອະນາຄົດ, ທ່ານ ເຢືອງແອັງດຶ໊ກ ຢັ້ງຢືນວ່ານະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບແດນມາກ ໃນບັນດາຂົງເຂດທີ່ປະເທດນີ້ມີທ່າແຮງ ແລະນະຄອນເອົາໃຈໃສ່ພັດທະນາ, ຄື: ການສຶກສາ, ການພັດທະນາພະລັງງານຜະລິດຄືນໃໝ່, ສິ່ງແວດລ້ອມ...

ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສົມທົບກັບແດນມາກ ຄົ້ນຄວ້າ, ຜັນຂະຫຍາຍບັນດາແນວຄວາມຄິດຮ່ວມມືລະຫວ່າງສອງຝ່າຍ; ປາດຖະໜາວ່າບັນດາຂໍ້ສະເໜີກ່ຽວກັບການຮ່ວມມືຈະກາຍເປັນບັນດາໂຄງການລະອຽດໃນປີ 2021 - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ທ່ານ Troels Jakobsen ປາດຖະໜາຢາກຍູ້ແຮງການຮ່ວມມືກັບນະຄອນໂຮ່ຈີມິນ ໃນບັນດາຂົງເຂດແດນມາກ ມີທ່າແຮງ, ຄື: ພະລັງງານຜະລິດຄືນໃໝ່, ການປົກປັກຮັກສາສິ່ງແວດລ້ອມ, ການຮ່ວມມືສຶກສາ, ແບ່ງປັນບົດຮຽນກໍ່ສ້າງຕົວເມືອງອັດສະລິຍະ.

ໂດຍ: ກວຽດເຕິມ