ທ່ານ ຫງວຽນແກ໋ງເກື່ອງ, ທູດການຄ້າຫວຽດນາມ ປະຈໍາ ອັງກິດ ໄດ້ມີການສັງເກດ ແລະຄາດຄະເນການກະທົບຂອງ EVFTA ສໍາລັບສາຍພົວພັນດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດ. ທ່ານຖືືວ່າ ປັດໄຈທີໜຶ່ງ ເຊິ່ງ EVFTA ສ້າງອອກມານັ້ນແມ່ນເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດໄດ້ສໍາຜັດກັບຕະຫຼາດຫຼາຍກວ່າ, ຄື: ພາສີອາກອນຫຼຸດລົງ 0% ສໍາລັບຜະລິດຕະພັນຫຼາຍປະເພດ ແລະສ່ວນໜ້ອຍບັນດາຜະລິດຕະພັນອື່ນອີກ ກໍ່ໄດ້ຫຼຸດພາສີອາກອນຕາມວິວັດທະນາການ; ປັດໄຈທີສອງຂອງສັນຍາແມ່ນທາງອ້ອມແຕ່ກໍ່ມີກຳລັງແຜ່ຂະຫຍາຍຢ່າງແຮງນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ.

leftcenterrightdel
ການຜະລິດສິນຄ້າຕໍ່າແຜ່ນຕັດຫຍິບສົ່ງອອກໄປຍັງເອີລົບ. ພາບ: vov.vn.

ສໍາລັບສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອັງກິດ, ຄວາມສາມາດບົ່ມຊ້ອນໃນການເຕີບໂຕຢູ່ຕະຫຼາດອັງກິດ ໃຫ້ແກ່ບັນດາຜະລິດຕະພັນຂອງຫວຽດນາມແມ່ນຍັງຫຼາຍຢູ່. ແງ່ຫວັງທີ່ສັນຍາ EVFTA ມີຜົນສັກສິດໃນອະນາຄົດອັນໃກ້ຈະຊ່ວຍໃຫ້ຜະລິດຕະພັນຫຼາຍຢ່າງຂອງຫວຽດນາມ ມີທ່າໄດ້ປຽບໃນການແກ່ງແຍ້ງຫຼາຍກວ່າເມື່ອທຽບໃສ່ຜະລິດຕະພັນຈາກບັນດາປະເທດທີ່ຍັງບໍ່ທັນມີ FTA.

ໂດຍ: ທູຈາງ