ການດຶງດູດເງິນລົງທຶນຕ່າງປະເທດຂອງຫວຽດນາມ ໃນ 11 ເດືອນບັນລຸ 31,8 ຕື້ໂດລາສະຫະລັດ
ກປ.ອອນໄລ - ໄລ່ຮອດວັນທີ 20 ພະຈິກ 2019, ຍອດຈຳນວນທຶນຈົດທະບຽນຂັ້ນໃໝ່, ປັບປຸງ ແລະປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸ 31,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ...
|
|
ພາບປະກອບຄັດຈາກຈາກສໍານັກຂ່າວສານຫວຽດນາມ. |
ຕາມບົດລາຍງານຂອງກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະການລົງທຶນຫວຽດນາມ ແລ້ວ, ໄລ່ມາຮອດວັນທີ 20 ພະຈິກ, ຍອດຈຳນວນທຶນຈົດທະບຽນຂັ້ນໃໝ່, ປັບປຸງ ແລະປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດເຂົ້າຫວຽດນາມ ບັນລຸ 31,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ໃນນັ້ນມີ 3.478 ໂຄງການໃໝ່ໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນ, ເພີ່ມຂຶ້ນ 28,2% ຈໍານວນໂຄງການເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຍອດຈຳນວນທຶນຈົດທະບຽນໃໝ່ບັນລຸ 14,68 ຕື້ໂດລາສະຫະລັດ, ເທົ່າກັບ 93% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ . ຕາມບໍລິເວນລົງທຶນ, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 60 ແຂວງ, ນະຄອນ, ໃນນັ້ນຮ່າໂນ້ຍ ດຶງດູດເງິນລົງທຶນຕ່າງປະເທດຫຼາຍທີ່ສຸດດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 6,82 ຕື້ໂດລາສະຫະລັດ, ກວມເອົາ 21,5% ຍອດຈໍານວນເງິນລົງທຶນ. ນະຄອນໂຮ່ຈີມິນ ຢືນອັນດັບທີ 2 ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 5,48 ຕື້ໂດລາສະຫະລັດ, ກວມເອົາ 17,2% ຍອດຈໍານວນເງິນລົງທຶນ.
ໂດຍ: ທະນາພອນ