ທີ່ການຕ້ອນຮັບ, ທ່ານ ຈິ້ງດິ່ງຢູງ ຕີລາຄາສູງບົດບາດ ແລະຄວາມມານະພະຍາຍາມຂອງສະຫະສະມາຄົມໃນການຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ ແລະການໜູນຊ່ວຍໃຫ້ແກ່ການພັດທະນາຂອງວິສາຫະກິດຫວຽດນາມ ຢູ່ ອົດສະຕາລີ ເວົ້າລວມ ແລະນະຄອນ Melbourne ເວົ້າສະເພາະ; ຊົມເຊີຍສະຫະສະມາຄົມກະກຽມເປີດສູນສົ່ງເສີມການຄ້າ-ການລົງທຶນຫວຽດນາມ-ອົດສະຕາລີ ຢູ່ Melbourne ເພື່ອແນໃສ່ໂຄສະນາເຜີຍແຜ່ ແລະເປັນຂົວເຊື່ອມຕໍ່ໃຫ້ແກ່ສິນຄ້າ ແລະການບໍລິການຂອງຫວຽດນາມ ໄດ້ສໍາຜັດກັບຕະຫຼາດອົດສະຕາລີ.

leftcenterrightdel
ທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບການນໍາກຸ່ມບໍລິສັດການເງິນ Maquarie. ພາບ: baochinhphu.vn.

ໃນວັນດຽວກັນ, ເມື່ອຕ້ອນຮັບການນໍາກຸ່ມບໍລິສັດການເງິນ Maquarie - ກອງທຶນລົງທຶນໃຫຍ່ທີ່ສຸດຂອງອົດສະຕາລີ ໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະບໍລິສັດ Woodside - ບໍລິສັດສະໜອງອາຍແກັດແຫຼວໃຫຍ່ທີ່ສຸດຂອງອົດສະຕາລີ, ທ່ານ ຈິ້ງດິ່ງຢູງ ຊົມເຊີຍບັນດາວິສາຫະກິດຂອງອົດສະຕາລີ ທີ່ໄດ້ເພີ່ມທະວີການລົງທຶນເຂົ້າຂົງເຂດພະລັງງານຢູ່ຫວຽດນາມ, ພິເສດແມ່ນພະລັງງານຜະລິດຄືນໃໝ່. ການນໍາສອງວິສາຫະກິດຂະໜາດໃຫຍ່ຂອງອົດສະຕາລີ ປາດຖະໜາຢາກເພີ່ມທະວີການຮ່ວມມືລົງທຶນ, ພັດທະນາບັນດາໂຄງການໄຟຟ້າພະລັງງານແຮງລົມຢູ່ທະເລ, ໄຟຟ້າພະລັງງານແສງຕາເວັນ ແລະໄຟຟ້າພະລັງງານອາຍແກັດແຫຼວ ຢູ່ຫວຽດນາມ.

ໂດຍ: ທະນາພອນ