ທີ່ການຕ້ອນຮັບ, ທ່ານ ເຈິ່ນຕ໊ວນແອັງ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ເວົ້າລວມ ແລະກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເວົ້າສະເພາະ, ປາດຖະໜາຢາກພ້ອມກັບອາເມລິກາ ສືບຕໍ່ມານະພະຍາຍາມນຳການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ, ພິເສດແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ.

leftcenterrightdel
ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຕ້ອນຮັບທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າອາເມລິກາ ພ້ອມກັບຄະນະວິສາຫະກິດອາເມລິກາ. ພາບ: ດຶກຢຸຍ.

ໃນໄລຍະຜ່ານມາ, ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດໄດ້ຮັບການເຕີບໂຕຢ່າງບໍ່ຢຸດຢັ້ງ. ວົງເງິນການຄ້າສອງຝ່າຍໃນປີ 2018 ຂຶ້ນເຖິງ 60 ຕື້ໂດລາສະຫະລັດ. ຫວຽດນາມ ກໍ່ພວມມານະພະຍາຍາມຍົກອອກວິທີການແກ້ໄຂຫຼາຍຢ່າງມຸ່ງໄປເຖິງການດຸນການຄ້າທີ່ມີຄວາມກົມກຽວ ແລະຍືນຍົງກັບອາເມລິກາ. ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຕັ້ງໜ້າແກ້ໄຂບັນດາຂໍ້ສະເໜີຂອງອາເມລິກາ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການຂອງອາເມລິກາ ໄດ້ຜັນຂະຫຍາຍຢູ່ຫວຽດນາມ... 

leftcenterrightdel
ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າອາເມລິກາ ນໍາໜ້າຄະນະວິສາຫະກິດອາເມລິກາ ເຮັດວຽກຢູ່ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃນຕອນເຊົ້າວັນທີ 8 ພະຈິກ. ພາບ: ດຶກຢຸຍ.

ສ່ວນທ່ານ Wilbur Ross ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະອາເມລິກາ, ພິເສດແມ່ນການຮ່ວມມືໃນຂົງເຂດພະລັງງານ, ການບິນ, ກໍ່ສ້າງ,…ພ້ອມທັງປາດຖະໜາວ່າລັດຖະບານຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດອາເມລິກາ ແລກປ່ຽນການຄ້າ, ຊຸກຍູ້ການຮ່ວມມືລົງທຶນ, ເພື່ອຜົນປະໂຫຍດຂອງທັງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ