ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ, ຫວຽດນາມ ຖືເປັນສໍາຄັນ, ປາດຖະໜາຢາກຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ໃນນັ້ນມີ ສະໂລເວນີ, ພິເສດແມ່ນໃນຂົງເຂດການຄ້າ ແລະການລົງທຶນ, ພ້ອມທັງສະເໜີສະໂລເວນີ ຊຸກຍູ້ສະຫະພາບເອີລົບ ແລະບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA), ສັນຍາປົກປ້ອງການລົງທຶນ (EVIPA) ໂດຍໄວແນໃສ່ນໍາມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ບັນດາຝ່າຍທີ່ລົງນາມ, ປະກອບສ່ວນເພີ່ມທະວີການແລກປ່ຽນການຄ້າສອງຝ່າຍ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Zdravko Pocivalsek ລັດຖະມົນຕີກະຊວງພັດທະນາເສດຖະກິດ ແລະເຕັກໂນໂລຢີສະໂລເວນີ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Zdravko Pocivalsek ຄີລາຄາສູງບົດບາດ, ຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໃນພາກພື້ນ, ເນັ້ນໜັກເຖິງຄວາມສໍາຄັນ ແລະສະໜັບສະໜູນເລື່ອງໃຫ້ສັດຕະຍາບັນບັນດາສັນຍາການຄ້າເສລີ (EVFTA), ສັນຍາປົກປ້ອງການລົງທຶນ (EVIPA) ລະຫວ່າງຫວຽດນາມ-ສະຫະພາບເອີລົບ ໂດຍໄວ.

ເນື່ອງໃນໂອກາດນີ້, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດສອງຝ່າຍເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດສອງຝ່າຍມີທ່າແຮງ ແລະມີຄວາມຕ້ອງການ, ການຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ໂດຍ: ເຈິ່ນຮວ່ຽນ