ທີ່ການຕ້ອນຮັບ, ທ່ານ ເຈິ່ນວັນຕຸ໊ຍ ເນັ້ນໜັກວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະຕີລາຄາສູງຕໍ່ບັນດານັກລົງທຶນ ສ.ເກົາຫຼີ ທີ່ໄດ້ມາລົງທຶນ, ຜັນຂະຫຍາຍຫຼາຍໂຄງການຢູ່ຫວຽດນາມ, ປະກອບສ່ວນຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ, ສ້າງວຽກເຮັດງານທໍາ, ຊ່ວຍດຸນການຄ້າໃຫ້ເປັນປົກກະຕິ, ຊຸກຍູ້ຮັບປະກັນຊີວິດສັງຄົມຂອງຫວຽດນາມ.

leftcenterrightdel
ທ່ານ ເຈິ່ນວັນຕຸ໊ຍ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ສ.ເກົາຫຼີ ແລະທ່ານ Kim Ki Mun ປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະກາງ ສ.ເກົາຫຼີ (KBIZ). ພາບ: quochoi.vn.

ທ່ານ ເຈິ່ນວັນຕຸ໊ຍ ປາດຖະໜາວ່າ, ບັນດາວິສາຫະກິດ ສ.ເກົາຫຼີ ຈະສືບຕໍ່ຄົ້ນຄວ້າ, ເຂົ້າຮ່ວມການລົງທຶນ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງວິສາຫະກິດ FDI ສ.ເກົາຫຼີ ກັບວິສາຫະກິດຫວຽດນາມ ແລະເພີ່ມທະວີການນຳເຂົ້າສິນຄ້າຂອງຫວຽດນາມ ເພື່ອໃຫ້ມີຄວາມສົມດຸນດ້ານການຄ້າລະຫວ່າງສອງຝ່າຍ. ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ມາຮ່ວມມື, ລົງທຶນຍາວນານ, ພ້ອມທັງຖືວ່າ, ສາຍພົວພັນອັນດີງາມຂອງສອງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ສ.ເກົາຫຼີ ຈະປະກອບສ່ວນຊຸກຍູ້, ໜູນຊ່ວຍການພັດທະນາຂອງບັນດາວິສາຫະກິດສ.ເກົາຫຼີ, ໃນນັ້ນມີວິສາຫະກິດຂະໜາດນ້ອຍ ແລະກາງ ມາລົງທຶນຢູ່ຫວຽດນາມ.

leftcenterrightdel
ທ່ານ ເຈິ່ນວັນຕຸ໊ຍ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ສ.ເກົາຫຼີ ແລະທ່ານ Kim Ki Mun ປະທານສະມາຄົມວິສາຫະກິດຂະໜາດນ້ອຍ ແລະກາງ ສ.ເກົາຫຼີ (KBIZ) ມອບຂອງຂວັນທີ່ລະນຶກ. ພາບ: quochoi.vn.

ສ່ວນທ່ານ Kim Ki Mun ຢືນຢັນວ່າ, ບັນດາວິສາຫະກິດ ສ.ເກົາຫຼີ ຍາມໃດກໍ່ປາດຖະໜາຢາກລົງທຶນຍາວນານ, ເປີດກວ້າງການຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ. ລັດຖະບານ ສ.ເກົາຫຼີ ໄດ້ ແລະພວມມີນະໂຍບາຍສົ່ງເສີມການຄ້າກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ, ພ້ອມທັງປາດຖະໜາຢາກໃຫ້ສະພາແຫ່ງຊາດ, ລັດຖະບານຫວຽດນາມ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ລົງທຶນ ກໍ່ຄືປະກອບສ່ວນເຂົ້າໃນການພັດທະນາຂອງຫວຽດນາມ.

ໂດຍ: ຄໍາແພງ