ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ຕີລາຄາສູງການເຄື່ອນໄຫວທີ່ສໍາເລັດ ແລະມີປະສິດທິຜົນຂອງກຸ່ມບໍລິສັດນໍ້າມັນອາຍແກຼສ AES ຢູ່ຫວຽດນາມ ນັບແຕ່ປີ 2010 ມາຮອດປະຈຸບັນ, ພົ້ນເດັ່ນແມ່ນໂຄງການ BOT ມົງເຢືອງ 2 ໄດ້ສໍາເລັດກ່ອນຄວາມຄືບໜ້າ, ຍາດໄດ້ຫຼາຍລາງວັນກ່ຽວກັບຄວາມປອດໄພ, ໄດ້ເຄື່ອນໄຫວຢ່າງເປັນປົກກະຕິ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ຫວຽດນາມ.

ທ່ານ ຫງວຽນວັນບິ່ງ ຢັ້ງຢືນວ່າ, ຫວຽດນາມ ເຄົາລົບ ແລະສ້າງເງື່ອນໄຂໜູນຊ່ວຍບັນດານັກລົງທຶນດ້ານພະລັງງານສະອາດເວົ້າລວມ, ກຸ່ມບໍລິສັດນໍ້າມັນອາຍແກຼສ AES ເວົ້າສະເພາະໃນບັນດາໂຄງການພະລັງງານທີ່ສອດຄ່ອງກັບການກໍານົດທິດພັດທະນາດ້ານພະລັງງານຂອງຫວຽດນາມ. ທ່ານ ຫງວຽນວັນບິ່ງ ສະເໜີໃຫ້ກຸ່ມບໍລິສັດນໍ້າມັນອາຍແກຼສ AES ສືບຕໍ່ເສີມຂະຫຍາຍບັນດາກິດຈະກໍາລົງທຶນພັດທະນາຂອງຕົນຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ David Stone ຜູ້ອໍານວຍການໃຫຍ່ຕະຫຼາດຫວຽດນາມ ຂອງກຸ່ມບໍລິສັດນໍ້າມັນອາຍແກຼສ AES (ອາເມລິກາ). ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ David Stone ຕີລາຄາສູງຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ຄວາມສາມາດບົ່ມຊ້ອນຂອງຫວຽດນາມ ໃນຂົງເຂດພະລັງງານ; ສະແດງຄວາມປາດຖະໜາຢາກເຂົ້າຮ່ວມການຜັນຂະຫຍາຍໂຄງການສາງທ່າກໍາປັ່ນ LNG ເຊີນມິ ແລະໂຄງການໄຟຟ້າໃຊ້ພະລັງງານອາຍແກຼສເຊີນມິ 2 ຢູ່ແຂວງບິ່ງຖ້ວນ. ກຸ່ມບໍລິສັດນໍ້າມັນອາຍແກຼສ AES ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຫວຽດນາມ, ສ້າງເງື່ອນໄຂສະດວກໃຫ້ບັນດາກິດຈະກໍາເປີດກວ້າງການລົງທຶນຂອງກຸ່ມບໍລິສັດ.

ໂດຍ: ກວຽດເຕິມ