ສອງຝ່າຍຈະແລກປ່ຽນຂໍ້ມູນຂ່າວສານ, ຊ່ຽວຊານໃຫ້ຄຳປຶກສາກ່ຽວກັບການສ້າງຕັ້ງ, ພັດທະນາບັນດາເຂດເຕັກໂນໂລຢີສູງ ແລະການຮ່ວມມືດ້ານເຕັກໂນໂລຢີຜ່ານການຖ່າຍທອດເຕັກໂນໂລຢີ; ຂໍ້ມູນຂ່າວສານ ແລະໜູນຊ່ວຍບັນດາວິສາຫະກິດທີ່ປາດຖະໜາຢາກພັດທະນາການດໍາເນີນທຸລະກິດຖ່າຍທອດເຕັກໂນໂລຢີ, ໂຄງການລົງທຶນໃນບັນດາເຂດວິທະຍາສາດ ແລະເຕັກໂນໂລຢີ, ເຂດເຕັກໂນໂລຢີສູງ.

leftcenterrightdel
ທ່ານ ຫງວຽນແທ່ງຟອງ ແລະທ່ານນາງ Elba Rosa Perez Montoya  ເຊັນຂໍ້ຕົກລົງຮ່ວມມື.  ພາບ: ຊວນຢຸຍ.

ແລກປ່ຽນກັບທ່ານນາງ Elba Rosa Perez Montoya, ລັດຖະມົນຕີກະຊວງວິທະຍາສາດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ ສາທາລະນະລັດ ກູບາ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ປາດຖະໜາວ່າ, ໃນໄລຍະຈະມາເຖິງຈະພ້ອມກັບ ກູບາ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຢີຜ່ານບັນດາ ໂຄງການຮ່ວມມືລະອຽດ, ນໍາມາຜົນປະໂຫຍດອັນແທດຈິງໃຫ້ທັງສອງຝ່າຍ.

ໂດຍ: ໄຊຊະນະ