leftcenterrightdel
ຄະນະການນໍາບໍລິສັດ Lao-Jagro ຮັບໃບຢັ້ງຢືນລົງທຶນຈາກກະຊວງແຜນການ ແລະການລົງທຶນລາວ. ພາບ: ງອັກຮວ່າງ.

ກ່າວຄໍາເຫັນທີ່ເຫດການ, ທ່ານນາງ ມາຍກ່ຽວລຽນ, ຜູ້ອໍານວຍການໃຫຍ່ບໍລິສັດ Vinamilk ຕີລາຄາສູງຄວາມສາມາດບົ່ມຊ້ອນພັດທະນາຂະແໜງລ້ຽງງົວນົມຂອງແຂວງຊຽງຂວາງ; ພ້ອມທັງເນັ້ນໜັກວ່າ, ໂຄງການກໍານົດທິດກໍ່ສ້າງສະຖານທີ່ແຫ່ງນີ້ເປັນເມືອງງົວນົມຂອງລາວ ແລະໃຫຍ່ກວ່ານັ້ນແມ່ນຢູ່ລະດັບພາກພື້ນ, ສ້າງໄມ້ງັດໃຫ້ຂະແໜງກະສິກໍາເຕັກໂນໂລຢີສູງເວົ້າສະເພາະ ແລະການພັດທະນາຂອງເສດຖະກິດເວົ້າລວມ.

ສ່ວນທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ ຢືນຢັນວ່າ, ການລົງທຶນລ້ຽງງົວນົມພ້ອມທັງກໍ່ສ້າງໂຮງງານປຸງແຕ່ງວົງປິດຂອງບໍລິສັດ Lao-Jagro ແລະບໍລິສັດ Vinamilk ແມ່ນເໝາະສົມກັບແຜນການພັດທະນາເສດຖະກິດ, ໃນຂົງເຂດບຸລິມະສິດຂອງແຂວງຊຽງຂວາງ, ທ່ານສະແດງຄວາມຫວັງວ່າ ໂຄງການຈະສ້າງບາດກ້າວໃໝ່ໃຫ້ແຂວງ, ໜູນຊ່ວຍຊາວກະສິກອນລ້ຽງສັດພັດທະນາເສດຖະກິດຄອບຄົວ, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະມີລາຍຮັບຍືນຍົງ.

leftcenterrightdel
ບັນດາຜູ້ແທນດຳເນີນພິທີລົງມືກໍ່ສ້າງກຸ່ມ “Resort” ງົວນົມ Organic ຢູ່ເຂດພູພຽງຊຽງຂວາງ. ພາບ: ງອັກຮວ່າງ.
leftcenterrightdel
ບັນດາທົ່ງນາເຂົ້າບະເລກວ້າງໃຫຍ່ຂອງ “Resort” ນີ້ແມ່ນແຫຼ່ງອາຫານໃຫ້ງົວນົມ Organic. ພາບ: ງອັກຮວ່າງ.

ເຫດການດັ່ງກ່າວເປັນຂີດໝາຍແຫ່ງການຮ່ວມມືຍຸດທະສາດຂອງສອງບໍລິສັດ Lao-Jagro ແລະ Vinamilk, ພ້ອມທັງປະກອບສ່ວນປັບປຸງ, ເພີ່ມທະວີການຮ່ວມມືດ້ານການຄ້າ ແລະນໍ້າໃຈມິດຕະພາບລະຫວ່າງສາມປະເທດຫວຽດນາມ-ລາວ-ຍີ່ປຸ່ນ.

ກຸ່ມ “Resort” ງົວນົມ ຂອງ Vinamilk ຕັ້ງຢູ່ເຂດພູພຽງຊຽງຂວາງ, ປະເທດລາວ, ຄາດຄະເນວ່າ ຈະເລີ່ມເຄື່ອນໄຫວໃນປີ 2020, ກໍານົດທິດກາຍເປັນກຸ່ມຟາມທີ່ມີເນື້ອທີ່ 20.000 ເຮັກຕາ ດ້ວຍຝູງງົວນົມ 100.000 ໂຕ.

ໂດຍ: ເຈິ່ນຮວ່ຽນ