ກ່າວຄຳປາໄສທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິຮົ່ງ ຮອງປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມ ຖືວ່າ ສະຫະລັດອາເມລິກາ ເປັນຄູ່ຮ່ວມມືສໍາຄັນແຖວໜ້າ; ຕີລາຄາສູງຕໍ່ເລື່ອງ ສະຫະລັດອາເມລິກາ ສະເໝີຕົ້ນສະເໝີປາຍສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ ແລະວັດທະນາຖາວອນ; ຕີລາຄາສູງຕໍ່ການເຄື່ອນໄຫວທີ່ມີປະສິດທິຜົນຂອງປະຊາຄົມວິສາຫະກິດສະຫະລັດອາເມລິກາ ເວົ້າລວມ ແລະສະພາດໍາເນີນທຸລະກິດສະຫະລັດອາເມລິກາ-ອາຊຽນ ເວົ້າສະເພາະ, ຖືນີ້ເປັນຄູ່ຮ່ວມມື ແລະແຫຼ່ງກໍາລັງທີ່ໄວ້ເນື້ອເຊື່ອໃຈໃນການຊຸກຍູ້ບັນດາເປົ້າໝາຍ ແລະບຸລິມະສິດເສດຖະກິດລວມຂອງຫວຽດນາມ; ປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍໃຫ້ສົມກັບລະດັບຄູ່ຮ່ວມມືຍຸດທະສາດທີ່ຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະວິສາຫະກິດຂອງສອງປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງພາກພື້ນ ແລະໂລກ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: quochoi.vn

ຕາງໜ້າຄະນະປະຕິບັດງານ, ທ່ານ Brian McFeeters ປະທານ ທັງເປັນຜູ້ອຳນວຍການ USABC ໄດ້ຂອບໃຈທ່ານນາງ ຫງວຽນທິຮົ່ງ ຮອງປະທານສະພາແຫ່ງຊາດ ທີ່ໄດ້ຕ້ອນຮັບຄະນະ; ທ່ານເນັ້ນໜັກວ່າກອງປະຊຸມດັ່ງກ່າວແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍ, ຊີ້ແຈ້ງບັນດາບັນຫາທີ່ກ່ຽວຂ້ອງເຖິງລະບອບລະບຽບການ, ກົດໝາຍ, ນະໂຍບາຍໃໝ່ທີ່ກ່ຽວຂ້ອງເຖິງຂົງເຂດຮ່ວມມືລະຫວ່າງສອງຝ່າຍ, ແກ້ໄຂຂໍ້ຕິດຂັດຂອງບັນດານັກລົງທຶນສະຫະລັດອາເມລິກາ; ສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ຫວຽດນາມ ຈະບັນລຸບາດກ້າວກະໂດດ, ກ້າວເຂົ້າສູ່ໄລຍະການພັດທະນາທີ່ແຂງແຮງ, ຍືນຍົງ ແລະມີຄຸນນະພາບສູງ...

ທີ່ການເຮັດວຽກ, ຜູ້ຕາງໜ້າຂອງບັນດາວິສາຫະກິດ ສະມາຊິກຂອງສະພາດໍາເນີນທຸລະກິດສະຫະລັດອາເມລິກາ-ອາຊຽນ ໄດ້ແລກປ່ຽນກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງເຖິງລະບອບລະບຽບການ, ນະໂຍບາຍໃນຂົງເຂດລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.

ໂດຍ: ຈາງຫງວຽນ