ກໍາລັງໜູນໃຫ້ແກ່ການຄ້າ ແລະການລົງທຶນ

ສັນຍາ EVFTA ມີຜົນສັກສິດແຕ່ວັນທີ 1 ສິງຫາ 2020, ແມ່ນສັນຍາການຄ້າເສລີທີ່ມີມາດຕະຖານສູງ, ຮອບດ້ານ, ມີລະດັບຄໍາໝັ້ນສັນຍາທີ່ເລິກເຊິ່ງ ແລະກວ້າງຂວາງ, ແຕ່ໃນຂະນະດຽວກັນນັ້ນກໍ່ຍັງຮັບປະກັນຄວາມດຸ່ນດ່ຽງດ້ານຜົນປະໂຫຍດຂອງທັງສອງຝ່າຍ. ນີ້ກໍ່ແມ່ນສັນຍາ FTA ຮຸ່ນໃໝ່ເຊິ່ງ ອີຢູ ກັບ 27 ພື້ນຖານເສດຖະກິດພັດທະນາໄດ້ລົງນາມກັບປະເທດພວມພັດທະນາແມ່ນຫວຽດນາມ. ສັນຍາ EVFTA ໄດ້ຮັບການສ້າງຕັ້ງຂຶ້ນເພື່ອປ່ຽນແປງສາມແງ່ມູນຕົ້ນຕໍ, ລວມທັງການຫຼຸດອັດຕາພາສີ, ອາກອນ ແລະຄວາມສາມາດເຂົ້າເຖິງຕະຫຼາດສໍາລັບຜູ້ສະໜອງບໍລິການອີຢູ. ລະອຽດ, ສັນຍາໄດ້ລົບລ້າງອັດຕາພາສີເຖິງ 65% ມູນຄ່າສົ່ງອອກຂອງ ອີຢູ ນັບແຕ່ເວລາທີ່ສັນຍາດັ່ງກ່າວມີຜົນສັກສິດ, ແລະບັນດາປະເພດພາສີທີ່ຍັງເຫຼືອຈະຖືກຍົກເລີກເທື່ອລະກ້າວໃນທົດສະວັດຕໍ່ໄປ. ໃນຂະນະນັ້ນ, 71% ສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ຈະໄດ້ຍົກເວັ້ນພາສີ ພາຍຫຼັງສັນຍາ EVFTA ມີຜົນສັກສິດ.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ບໍລິສັດຫຸ້ນສ່ວນກຸ່ມບໍລິສັດຕຽນເຊີນແທງຮ໊ວາ. ພາບ: ຟ້າມຮຸ່ງ

ອັດຕານີ້ຄາດວ່າ ຈະເພີ່ມຂຶ້ນຫຼາຍກວ່າ 99% ໃນ 7 ປີຂ້າງໜ້າ. ພິເສດ, ພາສີຈະຖືກລົບລ້າງເກືອບທັງໝົດໃນໄລຍະການຫັນປ່ຽນ 7 ປີໃນຕໍ່ໜ້າສຳລັບສິນຄ້າຫວຽດນາມ ແລະ 10 ປີສຳລັບສິນຄ້າ ອີຢູ. ສິ່ງນີ້ແມ່ນໄດ້ຮັບການສ້າງຕັ້ງຂຶ້ນແມ່ນ  ເພື່ອນໍາເອົາຜົນປະໂຫຍດມາໃຫ້ທັງວິສາຫະກິດ ແລະຜູ້ບໍລິໂພກໃນຂະນະທີ່ມີລາຄາຕ່ໍາກວ່າ ແລະຄວາມສາມາດແກ່ງແຍ້ງກວ່າ ...

ສາມາດເຫັນໄດ້ວ່າ, ພາຍຫຼັງ 4 ປີແຫ່ງການປະຕິບັດ, ຜົນປະໂຫຍດທີ່ຈະແຈ້ງທີ່ສຸດເຊິ່ງສັນຍາ EVFTA ນຳມາໃຫ້ນັ້ນແມ່ນໄດ້ຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປຍັງເອີລົບ, ເພີ່ມຂຶ້ນຈາກ 35 ຕື້ເອີໂຣໃນປີ 2019 ມາເປັນ 48 ກວ່າຕື້ເອີໂຣ ໃນປີ 2023. ການເຕີບໂຕໄດ້ສະແດງໃຫ້ເຫັນຢ່າງຊັດເຈນ. ໃນຂົງເຂດຕ່າງໆເຊັ່ນ: ເອເລັກໂຕນິກ, ຕໍ່າແຜ່ນຕັດຫຍິບ, ເກີບ, ກະສິກໍາ, ແລະສິນທະເລ. ຄຽງຂ້າງນັ້ນ, ສັນຍາ EVFTA ໄດ້ປັບປຸງກຳລັງດຶງດູດຂອງຫວຽດນາມ ຕໍ່ກັບນັກລົງທຶນເອີລົບ. ໃນໄລຍະ 4 ປີແຫ່ງການປະຕິບັດສັນຍາ EVFTA, ບັນດານັກລົງທຶນຈາກ ອີຢູ ໄດ້ມາລົງທຶນຢູ່ຫວຽດນາມ 2.450 ໂຄງການ ດ້ວຍມູນຄ່າ  28 ຕື້ເອີໂຣ. ບັນດານັກລົງທຶນ ອີຢູ ກໍ່ໄດ້ເພີ່ມເງິນລົງທຶນໂດຍກົງຈາກຕ່າງປະເທດ 800 ລ້ານເອີໂຣ ແຕ່ເດືອນມັງກອນຫາເດືອນກັນຍາ 2023, ກົງກັນຂ້າມກັບທ່າອ່ຽງຂອງ FDI ທີ່ພວມຫຼຸດລົງໃນທົ່ວໂລກ.

ທ່ານ ເລືອງຮວ່າງຖ໊າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ), ໃຫ້ຂໍ້ສັງເກດວ່າ: ໃນຈໍານວນບັນດາສັນຍາການຄ້າເສລີລຸ້ນໃໝ່ເຊິ່ງ ຫວຽດນາມ ເຂົ້າຮ່ວມນັ້ນ, EVFTA ແມ່ນສັນຍາທີ່ນຳມາເຊິ່ງໝາກຜົນອັນຕັ້ງໜ້າທີ່ສຸດ. ນອກຈາກບັນດາປັດໃຈຕັ້ງໜ້າທີ່ກ່າວມາເທິງນັ້ນ, ໜຶ່ງໃນບັນດາຈຸດພົ້ນເດັ່ນໄດ້ຮັບການຕີລາຄາສູງແມ່ນຂະບວນການຂອງຫວຽດນາມ ທີ່ເປັນເຈົ້າການປະຕິຮູບລະບອບລະບຽບການ ເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງໂປ່ງໃສ ແລະສະດວກກວ່າ; ຈາກນັ້ນດຶງດູດການລົງທຶນຈາກຕ່າງປະເທດ, ໃນນັ້ນມີການລົງທຶນຈາກບັນດາປະເທດ ອີຢູ. ຜ່ານການສ້າງສັນຍາການຄ້າເສລີທີ່ມີມາດຕະຖານສູງ, ກໍ່ຊ່ວຍເຊື່ອມຕໍ່ລະບົບການສະໜອງລະຫວ່າງ ອີຢູ ກັບ ຫວຽດນາມ ໃຫ້ມີຄວາມສະດວກກວ່າ.

ໃນການສໍາຫຼວດ 200 ກວ່າວິສາຫະກິດຂອງສະມາຄົມວິສາຫະກິດເອີລົບປະຈໍາຫວຽດນາມ (EuroCham) ເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນວ່າເກືອບ 2/3 ຂອງຜູ້ເຂົ້າຮ່ວມການສໍາຫຼວດຖືວ່າເຂົາເຈົ້າໄດ້ຮັບຜົນປະໂຫຍດໃນລະດັບທີ່ແຕກຕ່າງກັນ. 27% ບໍລິສັດ ປະຈຸບັນພວມໄດ້ຮັບຜົນປະໂຫຍດຈາກລະດັບປານກາງເຖິງຫຼາຍທີ່ສຸດ. ທ່ານ Dominik ປະທານ EuroCham ຫວຽດນາມ ໃຫ້ຮູ້ວ່າ: ສັນຍາ “EVFTA ໄດ້ສ້າງກາລະໂອກາດໃໝ່ໃຫ້ແກ່ບັນດາວິສາຫະກິດເອີລົບ ຢູ່ ຫວຽດນາມ ຢ່າງແນ່ນອນ.”

ໂອກາດຫຼາຍຢ່າງພວມລໍຖ້າໃຫ້ເປີດຂຶ້ນ

ສັນຍາ EVFTA ໄດ້ນຳເອົາຜົນປະໂຫຍດຫຼາຍຢ່າງມາໃຫ້ທັງສອງຝ່າຍ, ເຖິງຢ່າງໃດກໍ່ຕາມ, ຕາມການ ຕີລາຄາຂອງປະຊາຄົມວິສາຫະກິດແລ້ວ, ຍັງມີຜົນປະໂຫຍດຫຼາຍຢ່າງຈາກສັນຍານີ້ພວມລໍຖ້າໃຫ້ເປີດຂຶ້ນ. ອັດຕາການສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດແຫ່ງນີ້ຍັງຕ່ຳຢູ່. ນອກຈາກນັ້ນ, ອັດຕາການນຳໃຊ້ບຸລິມະສິດຂອງວິສາຫະກິດຫວຽດນາມ ມາຮອດປະຈຸບັນຫາກໍ່ບັນລຸປະມານ 20%. ສຳລັບ ອີຢູ ແລ້ວ, ພາຍຫຼັງ 4 ປີ, ລະດັບເພີ່ມການສົ່ງອອກຂອງ ອີຢູ ໄປຍັງຫວຽດນາມ ແມ່ນຍັງໜ້ອຍ (ພຽງແຕ່ເພີ່ມຂຶ້ນຈາກ 11 ຕື້ເອີໂຣ ມາເປັນ 11,4 ຕື້ເອີໂຣ ໃນໄລຍະດຽວກັນ).

ໂດຍແຈ້ງໃຫ້ຊາບກ່ຽວກັບເລື່ອງມີສິ່ງກີດຂວາງບາງຢ່າງເຊິ່ງວິສາຫະກິດເອີລົບ ຕ້ອງປະເຊີນໜ້າເມື່ອໝູນໃຊ້ສັນຍາ EVFTA ຢ່າງສຸດຂີດນັ້ນ, ທ່ານ Jean-Jacques Bouflet, ຮອງປະທານ EuroCham ໃສ່ໃຈວ່າ: ການດັດປັບນະໂຍບາຍໃນຫວ່າງມໍ່ໆມານີ້ຂອງຫວຽດນາມ ໄດ້ສ້າງສິ່ງທ້າທາຍໃຫ້ບັນດາວິສາຫະກິດ ເອີລົບ ທີ່ພວມເຄື່ອນໄຫວຕາມສັນຍາ EVFTA. ເພື່ອຫັນຜົນປະໂຫຍດຂອງສັນຍາ EVFTA ໃຫ້ໄດ້ຢ່າງສຸດຂີດນັ້ນ, EuroCham ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ມີມາດຕະການແກ້ໄຂສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ, ໂດຍສະເພາະແມ່ນການຢັ້ງຢືນ ແລະທົດລອງ, ຂົນຂວາຍໃຫ້ຫຼຸດພາສີ, ຫັນລະບຽບການດ້ານພາສີເປັນງ່າຍດາຍ. ທ່ານ Thue Quist Thomasen, ຜູ້ອໍານວຍການຂອງ Decision Lab ເນັ້ນໜັກວ່າ, ເຖິງວ່າສັນຍາ EVFTA ແມ່ນເຄື່ອງມືໃນການເຕີບໂຕຂອງເສດຖະກິດກໍ່ຕາມ, ແຕ່ຜົນສຳເລັດຂອງມັນແມ່ນຂຶ້ນກັບການແກ້ໄຂຄວາມຫຍຸ້ງຍາກດ້ານລະບຽບການ, ແກ້ໄຂສິ່ງກີດຂວາງດ້ານເຕັກນິກ ແລະຊ່ອງຫວ່າງຄວາມຮັບຮູ້.

ປະຈຸບັນ ອີຢູ ມີຂໍ້ກຳນົດທີ່ເຄັ່ງຄັດຫຼາຍສະບັບກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນສີຂຽວ, ສະກັດກັ້ນການຕັດໄມ້ທຳລາຍປ່າ, ນີ້ແມ່ນບັນດາສິ່ງກີດຂວາງແຕ່ເມື່ອສາມາດຕອບສະໜອງມາດຖານດັ່ງກ່າວ, ວິສາຫະກິດຫວຽດນາມ ຈະມີທ່າໄດ້ປຽບໃນການແຂ່ງຂັນເມື່ອທຽບໃສ່ບັນດາຄູ່ແຂ່ງທີ່ບໍ່ທັນມີຄວາມສາມາດຕອບສະໜອງຂໍ້ກໍານົດນີ້ໄດ້. ທ່ານນາງ ຫງວຽນເກິມຈາງ, ຮອງຫົວໜ້າກົມນຳເຂົ້າ-ສົ່ງອອກ (ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ) ສະເໜີວ່າ ບັນດາວິສາຫະກິດຫວຽດນາມ ຕ້ອງເປັນເຈົ້າການກໍາແໜ້ນຂໍ້ມູນກ່ຽວກັບຕະຫຼາດໂລກ ແລະບັນດາຜົນກະທົບຂອງພື້ນຖານເສດຖະກິດໂລກ ເພື່ອເປັນເຈົ້າການໃນແຜນການຜະລິດ, ດຳເນີນທຸລະກິດ, ມອບສົ່ງສິນຄ້າ. ເປັນເຈົ້າການປ່ຽນແປງໃໝ່ວິທີການຜະລິດ ແລະດຳເນີນທຸລະກິດ, ປ່ຽນແປງໃໝ່ເຕັກໂນໂລຢີ, ສ້າງບັນດາຜະລິດຕະພັນ ແລະສິນຄ້າທີ່ມີຄຸນນະພາບ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ອີຢູ ໃຫ້ໄດ້ດີກວ່າເກົ່າ.

ໂດຍ: ທະນາພອນ