ລະອຽດແມ່ນ, ການຜະລິດອຸດສາຫະກຳໃນເດືອນພຶດສະພາ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າເມື່ອທຽບໃສ່ກັບເດືອນ ເມສາ. ຕົວເລກການຜະລິດທົ່ວຂະແໜງອຸດສາຫະກຳໃນເດືອນພຶດສະພາ ຄາດວ່າຈະເພີ່ມຂຶ້ນ 3,9% ເມື່ອທຽບໃສ່ກັບເດືອນເມສາ ແລະ ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ໄລ່ລວມ 5 ເດືອນຕົ້ນປີ 2024, ຕົວເລກການຜະລິດທົ່ວຂະແໜງອຸດສາຫະກຳເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຕົວເລກນີ້ເພີ່ມຂຶ້ນຢູ່ 55/63 ທ້ອງຖິ່ນໃນທົ່ວປະເທດ. 

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນມິງຟອງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ: ຈຸດຕັ້ງໜ້າແມ່ນ ບັນດາໃບສັ່ງຊື້ສິນຄ້າຂອງບັນດາຂະແໜງອຸດສາຫະກຳຄື: ຕ່ຳແຜ່ນຕັດຫຍິບ, ເກີບໜັງ ໄດ້ເພີ່ມຂຶ້ນ, ພ້ອມທັງບັນດາຂະແໜງອຸດສາຫະກຳດີໃນປີກ່ອນປະສົບກັບຄວາມຫຍຸ້ງຍາກກ່ຽວກັບຕະຫຼາດ ສ່ວນໃນປີນີ້ ກໍ່ດີຂຶ້ນຫຼາຍແລ້ວ. ຈຸດຕັ້ງໜ້າໜຶ່ງອີກນັ້ນແມ່ນໃນຂົງເຂດການທ່ອງທ່ຽວ ແລະດຶງດູດການລົງທຶນຈາກຕ່າງປະເທດມີການເຕີບໂຕຢ່າງແຮງ, ສ້າງກຳລັງເພີ່ມເຕີມທີ່ດີໃຫ້ແກ່ການພັດທະນາເສດຖະກິດ.

ແຫຼ່ງຄັດຈາກ: vovworld.vn