ໃນຊຸມປີຜ່ານມາ, ວົງເງິນການຄ້າລະຫວ່າງຫວຽດນາມ ແລະ ລາວ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ສະແດງໃຫ້ເຫັນຜ່ານການເພີ່ມຂຶ້ນຢ່າງແຮງຂອງຈຳນວນສິນຄ້ານຳເຂົ້າ ແລະສົ່ງອອກຜ່ານດ່ານຊາຍແດນ. ລະບົບດ່ານຊາຍແດນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ, ພ້ອມກັບບັນດານະໂຍບາຍບຸລິມະສິດຂອງສອງລັດຖະບານໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວໃນການພົວພັນແລກປ່ຽນການຄ້າສອງສົ້ນ.

ການເຕີບໂຕທີ່ໜ້າປະທັບໃຈ

ຕາມຂໍ້ມູນຂອງກົມໃຫຍ່ພາສີແລ້ວ, ໃນປີ 2022, ວົງເງິນການຄ້າລະຫວ່າງຫວຽດນາມ - ລາວ ບັນລຸ 1,65 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 24,1% ເມື່ອທຽບໃສ່ປີກາຍ. ໄລ່ຮອດທ້າຍເດືອນພະຈິກ 2023, ຕົວເລກນີ້ສືບຕໍ່ບັນລຸໄດ້ 1,5 ຕື້ໂດລາສະຫະລັດ, ການສົ່ງອອກຂອງຫວຽດນາມ ໄປຍັງລາວ ບັນລຸ 485 ລ້ານໂດລາສະຫະລັດ ແລະສິນຄ້ານຳເຂົ້າຈາກລາວ ບັນລຸ 977 ລ້ານດລາສະຫະລັດ.

ສິນຄ້າອຸປະໂພກ, ບໍລິໂພກ, ອຸດສາຫະກຳ, ກໍ່ສ້າງ, ຜະລິດຕະພັນກະເສດ ແລະອາຫານປຸງແຕ່ງຈາກຫວຽດນາມ ພວມມີທ່າແຮງບົ່ມຊ້ອນ ສົ່ງອອກໄປຍັງ ລາວ ຢ່າແຮງ. ຄຽງຂ້າງນັ້ນ, ບັນດາການບໍລິການເຊັ່ນ: ການທ່ອງທ່ຽວ, ການສຶກສາ ແລະການໃຫ້ຄໍາປຶກສາກໍ່ໄດ້ຮັບການເປີດກວ້າງ. ກົງກັນຂ້າມ ຫວຽດນາມ ນໍາເຂົ້າສິນຄ້າຈາກ ລາວ ເຊັ່ນ: ຢາງພາລາ, ໄມ້, ຝຸ່ນ, ສາລີ, ຜັກ ແລະໂລຫະ. ໂດຍສະເພາະແມ່ນເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຫວຽດນາມ ຄາດວ່າຈະເພີ່ມການນຳເຂົ້າຖ່ານຈາກລາວ.

ໃນໄລຍະຜ່ານມາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໄດ້ສຳເລັດບັນດາເອກະສານນິຕິກຳໃຫ້ແກ່ພັດທະນາການຄ້າລວມມີ: 2 ກອບນິຕິກຳສອງຝ່າຍກ່ຽວກັບການຄ້າສໍາຄັນແມ່ນສັນຍາການຄ້າ ຫວຽດນາມ - ລາວ ແລະສັນຍາການຄ້າຊາຍແດນ ຫວຽດນາມ-ລາວ; ສັນຍາການຄ້າຊາຍແດນຫວຽດນາມ - ລາວ ໄດ້ຮັບການລົງນາມໃນປີ 2015, ມີຜົນສັກສິດຮອດທ້າຍປີ 2018, ຕໍ່ກໍານົດຮອດປີ 2024. ປະຈຸບັນ, 2 ຝ່າຍສືບຕໍ່ເຈລະຈາດັດປັບ, ເພີ່ມເຕີມສັນຍາການຄ້າຫວຽດນາມ - ລາວ.

ຈຸດພົ້ນເດັ່ນຈາກດ່ານຊາຍແດນ ແລະເຂດເສດຖະກິດຊາຍແດນ

ລະບົບດ່ານຊາຍແດນທີ່ຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ລາວ ຍາວກວ່າ 2.000 ກິໂລແມັດ, ລວມມີ 8 ຄູ່ດ່ານຊາຍແດນສາກົນ, 7 ດ່ານຊາຍແດນສອງຝ່າຍ ແລະ 18 ດ່ານຊາຍແດນປະເພນີ ເຊິ່ງໄດ້ປະກອບສ່ວນຊຸກຍູ້ການເຄື່ອນໄຫວການຄ້າ ແລະການບໍລິການຢ່າງແຮງ. ໃນນັ້ນຕ້ອງນັບເຖິງບາງດ່ານຊາຍແດນ ແລະ ເຂດເສດຖະກິດດ່ານຊາຍແດນພົ້ນເດັ່ນຄື ລາວບາວ, ເກົ່າແຈວ ແລະເບີອີ.

ດ່ານຊາຍແດນລາວບາວ ຢູ່ເມືອງ ເຮື໊ອງຮວ່າ (ກວາງຈິ) ແມ່ນດ່ານຊາຍແດນພົ້ນເດັ່ນ, ແບບຢ່າງຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ຕິດກັບປະເທດໃນພາກພື້ນ: ລາວ, ໄທ, ມຽນມາ ແລະພາກກາງຫວຽດນາມ. ຢູ່ທີ່ນີ້, ມີເຂດເສດຖະກິດ-ການຄ້າພິເສດລາວບາວ ເຊິ່ງໄດ້ນາຍົກລັດຖະມົນຕີ ອະນຸມັດການວາງແຜນຜັງລວມເປັນ 1 ໃນ 9 ເຂດເສດຖະກິດດ່ານຊາຍແດນ ທີ່ໄດ້ຮັບຄວາມເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ, ລະບຽບການ, ມາດຕະການ ແລະນະໂຍບາຍຢ່າງຄົບຊຸດ. ດ່ານຊາຍແດນສາກົນລາວບາວ ແລະດ່ານສາກົນແດນສະຫວັນ (ລາວ) ແມ່ນຈຸດສຳຄັນໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ.

leftcenterrightdel
ດ່ານຊາຍແດນສາກົນລາວບາວ (ກວາງຈິ). ພາບ: ສໍານັກຂ່າວສານຫວຽດນາມ

ຜ່ານໄລຍະ 25 ປີຜ່ານມາ, ເຂດເສດຖະກິດ-ການຄ້າພິເສດ ລາວບາວ ໄດ້ດຶງດູດເງິນຈາກງົບປະມານກວ່າ 880 ຕື້ດົ່ງ ເພື່ອລົງທຶນໃສ່ລະບົບພື້ນຖານໂຄງລ່າງ ດ້ວຍ 50 ໂຄງການ; ພ້ອມກັນນັ້ນ, ໄດ້ດຶງດູດເງິນລົງທຶນເກືອບ 3.700 ຕື້ດົ່ງຈາກບັນດາວິສາຫະກິດລົງທຶນເຂົ້າໃນບັນດາໂຄງການຜະລິດ ແລະດຳເນີນທຸລະກິດ ດ້ວຍເກືອບ 60 ໂຄງການ.

ໃນຊຸມປີມໍ່ໆມານີ້, ນະໂຍບາຍບຸລິມະສິດໄດ້ຊ່ວຍໃຫ້ເຂດເສດຖະກິດ-ການຄ້າພິເສດລາວບາວ ມີການປ່ຽນແປງຢ່າງແຮງທາງດ້ານພື້ນຖານໂຄງລ່າງ ແລະການບໍລິການ. ຈໍານວນສິນຄ້ານຳເຂົ້າ ແລະສົ່ງອອກສິນຄ້າ, ຄົນ ແລະພາຫະນະເຂົ້າ-ອອກເຂດເສດຖະກິດ-ການຄ້າພິເສດ ນັບມື້ນັບເພີ່ມຂຶ້ນ; ຜ່ານນັ້ນຊຸກຍູ້ການແລກປ່ຽນການຄ້າຕາມເສັ້ນທາງ EWEC ຜ່ານດ່ານສາກົນລາວບາວ, ຊ່ວຍເພີ່ມລາຍຮັບເຂົ້າງົບປະມານ, ສ້າງວຽກເຮັດງານທຳ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ສ້າງການແຜ່ຂະຫຍາຍໃນການເຊື່ອມຕໍ່ເຂດພາກ ແລະສາກົນ.

ນອກຈາກນັ້ນ ເຂດເສດຖະກິດ-ການຄ້າພິເສດລາວບາວ ແລະເຂດການຄ້າຊາຍແດນແດນສະຫວັນ ໄດ້ປະກອບສ່ວນເຂົ້າໃນການຫັນປ່ຽນໂສມໜ້າຂອງເຂດຊາຍແດນຫວຽດນາມ-ລາວ ເວົ້າລວມ, ການພັດທະນາເຂດຊາຍແດນ ຂອງສອງ ແຂວງ ກວາງຈິ ແລະ ສະຫວັນນະເຂດ ເວົ້າສະເພາະ.

ດ່ານຊາຍແດນຕໍ່ໄປແມ່ນດ່ານຊາຍແດນສາກົນ ເກົ່າແຈວ ຢູ່ຮ່າຕິງ. ດ່ານຊາຍແດນແຫ່ງນີ້ກໍ່ນອນຢູ່ໃນບັນຊີລາຍຊື່ 9 ເຂດເສດຖະກິດດ່ານຊາຍແດນທີ່ສຳຄັນລະຫວ່າງສອງປະເທດ. ປະຈຸບັນ, ເກົ່າແຈວ ໄດ້ກາຍເປັນຈຸດຕົ້ນຕໍທີ່ດຶງດູດການຄ້າກັບລາວ, ໂດຍສະເພາະຜ່ານດ່ານຊາຍແດນນ້ຳພາວ. ດ່ານຊາຍແດນນີ້ເປັນທີ່ຕັ້ງສຳຄັນໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງ ຮ່າຕິ້ງ.

ດ່ານຊາຍແດນອີກແຫ່ງໜຶ່ງທີ່ມີການພັວພັນແລກປ່ຽນການຄ້າລະຫວ່າງສອງປະເທດຢ່າງຄຶກຄື້ນ ນັ້ນແມ່ນດ່ານສາກົນເບີອີ (ກອນຕູມ). ນີ້ແມ່ນຈຸດຈະລາຈອນສຸດທ້າຍຢູ່ທາງຫຼວງແຫ່ງຊາດ 40 ຂອງຫວຽດນາມ ຕິດກັບທາງຫຼວງແຫ່ງຊາດ 11 ຂອງປະເທດເພື່ອນລາວ. ດ່ານສາກົນເບີອີ ແມ່ນຂົວເຊື່ອມຕໍ່ດ້ານການຄ້າທີ່ມີຄວາມສຳຄັນພິເສດລະຫວ່າງແຂວງອັດຕະປື ຂອງ ສປປ ລາວ ແລະ ຫວຽດນາມ.

ໃນຊຸມປີຜ່ານມາ, ການນຳເຂົ້າ-ສົ່ງອອກ, ການເຂົ້າ-ອອກເມືອງ, ການຜ່ານດ່ານສາກົນເບີອີ ໄດ້ມີການເຕີບໂຕຢ່າງສະຖຽນລະພາບ.

leftcenterrightdel
ດ່ານສາກົນເບີອີ . ພາບ: kontum.gov.vn

ຕາມສະຖິຕິໃນທ້າຍປີ 2023, ຫ້ອງການພາສີ ປະຈຳດ່ານສາກົນເບີອີ ໄດ້ເກັບລາຍຮັບ ແລະມອບເຂົ້າງົບປະມານແຫ່ງລັດ 313,4 ຕື້ດົ່ງ, ລື່ນກາຍ 6,97% ຂອງແຜນການທີ່ໄດ້ຮັບການມອບໝາຍໃຫ້.

ສາມາດເຫັນໄດ້ວ່າ, ການຄ້າລະຫວ່າງສອງປະເທດ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ການພົວພັນແລກປ່ຽນການຄ້າຜ່ານດ່ານຊາຍແດນຫວຽດນາມ - ລາວ ໄດ້ເຕີບໂຕຢ່າງແຮງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ 2 ປະເທດ. ດ້ວຍລະບົບດ່ານຊາຍແດນທີ່ນັບມື້ນັບໄດ້ຮັບການປັບປຸງ ແລະ ມີຄວາມສາມາດບົ່ມຊ້ອນຮ່ວມມືອັນໃຫຍ່ຫຼວງ, ການພົວພັນແລກປ່ຽນການຄ້າຫວຽດນາມ - ລາວ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພັດທະນາຢ່າງແຂງແຮງໃນອະນາຄົດ.

ໂດຍ: ທະນາພອນ