ວາງແຜນຜັງບຸກທະລຸເພື່ອພັດທະນາເຂດດິນແດນທີ່ກວ້າງໃຫຍ່ໄພສານ

ການວາງແຜນຜັງເຂດໄຕງວຽນ ໄລຍະ 2021-2030, ວິໄສທັດເຖິງປີ 2050 ທ່ານນາຍົກລັດຖະມົນຕີ ໄດ້ອະນຸມັດໃຫ້ປະກາດທີ່ກອງປະຊຸມປະສານງານເຂດໄຕ ງວຽນ ຄັ້ງທີ 3 ທີ່ດຳເນີນຢູ່ນະຄອນດ່າລາດ (ເລີມດົ່ງ) ຫວ່າງມໍ່ໆມານີ້ໄດ້ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາ ຊົນບັນດາທ້ອງຖິ່ນເຂດໄຕງວຽນ. ຈຸດພົ້ນເດັ່ນແມ່ນບັນດາເນື້ອໃນບຸກທະລຸທັງມີລັກສະນະເປັນພື້ນຖານ, ວິທະຍາສາດ, ທັງນຳມາເຊິ່ງກຳລັງໜູນ, ມາດຕະການແກ້ໄຂບັນດາຮົ້ວກີດຂວາງເພື່ອໄຕງວຽນ ພັດທະນາ. ເນື້ອໃນພື້ນຖານລວມມີ: ຂອບເຂດ, ເຂດແດນ; ທັດສະນະ, ວິໄສທັດ, ເປົ້າໝາຍພັດທະນາ; ບັນດາໜ້າທີ່ຈຸດສຸມບຸກທະລຸ; ທິດທາງພັດທະນາບັນດາຂະແໜງທີ່ມີທ່າແຮງ; ວິທີການຈັດຕັ້ງ; ຈັດສັນເຂດພັດທະນາ; ແຫຼ່ງກຳລັງປະຕິບັດການວາງແຜນຜັງ, ວິທີການສ້າງລະບົບຕົວເມືອງ, ຊົນນະບົດ, ພັດທະນາພື້ນຖານເຕັກນິກ, ພື້ນຖານສັງຄົມ, ປົກປັກຮັກສາ ແລະຂຸດຄົ້ນແຫຼ່ງນ້ຳ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ...

leftcenterrightdel
ນະຄອນດ່າລາດ (ເລີມດົງ) ຈະແມ່ນຈຸດໃຈກາງແຫ່ງການທ່ອງທ່ຽວເຂດໄຕງວຽນ ແລະທົ່ວປະເທດໄລຍະ 2021-2030, ວິໄສທັດເຖິງປີ 2050. ພາບ: ຫວູດິ່ງດົງ

ຮູບພາບຂອງເຂດໄຕງວຽນ ໃນອະນາຄົດໄດ້ວາດພາບຢ່າງຊັດເຈນໃນການວາງແຜນຜັງຄັ້ງນີ້. ເຖິງປີ 2030, ໄຕງວຽນ ກາຍເປັນເຂດພັດທະນາໄວ, ຍືນຍົງອີງໃສ່ ເສດຖະກິດສີຂຽວ, ໝູນວຽນ; ພັດທະນາເສດຖະກິດກະສິກຳທີ່ມີປະສິດທິຜົນສູງ, ອີງໃສ່ພື້ນຖານວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ, ຫັນປ່ຽນດີຈີຕອນ; ສ້າງຜະລິດຕະພັນກະເສດຫຼັກແຫຼ່ງ, ມີເຄື່ອງໝາຍການຄ້າສາກົນຕິດພັນກັບສູນປຸງແຕ່ງຕ່າງໆ; ກາຍເປັນຈຸດນັດພົບທີ່ດຶງດູດນັກທ່ອງທ່ຽວພາຍໃນ ແລະສາກົນ. ດິນແດນແຫ່ງນີ້ໄດ້ສ້າງຕັ້ງພື້ນຖານໂຄງລ່າງຄົມມະນາຄົມສຳຄັນ, ພື້ນຖານໂຄງລ່າງດີຈີຕອນ; ຫໍວັດທະນະທຳກໍ່ໄດ້ຮັບການບູລະນະ, ຍົກລະດັບ; ເຕັມໄປດ້ວຍສີສັນວັດທະນະທຳຊົນເຜົ່າ; ແກ້ໄຂບັນຫາດິນຢູ່, ດິນຜະລິດໃຫ້ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ. ຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ, ບັນລຸລື່ນລະດັບລາຍຮັບປານກາງຕ່ຳ. ລະບົບຊີວະພາບຂອງປ່າໄມ້, ຊີວະນາໆພັນໄດ້ອະນຸລັກຮັກສາ ແລະພັດທະນາ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັກສາ, ຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໄດ້ຮັບປະກັນ, ຮັກສາຢ່າງໝັ້ນຄົງ.

leftcenterrightdel
ນະຄອນດ່າລາດ, ຈຸດໃຈກາງແຫ່ງການທ່ອງທ່ຽວທີ່ມີຄຸນນະພາບສູງຂອງເຂດໄຕງວຽນ ແລະທົ່ວປະເທດ. ພາບ: ຫວູດິ່ງດົງ

ການວາງແຜນຜັງໄດ້ກຳນົດເອົາການຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນໜ້າທີ່ແຖວໜ້າຂອງເຂດໄຕງວຽນ, ໃນນັ້ນສຸມໃສ່ປັບປຸງຄວາມສາມາດບົ່ມຊ້ອນໃນການປ້ອງກັນຊາດ, ຮັກສາທ່າທົ່ວປວງຊົນປ້ອງກັນຊາດ, ປ້ອງກັນຄວາມສະຫງົບປະຊາຊົນ; ເພີ່ມທະວີການສ້າງ ແລະເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ເສີມຂະຫຍາຍຄຸນຄ່າວັດທະນະທຳ, ມູນເຊື້ອການປະຕິວັດ, ປຸກລຸກຄວາມຄາດຫວັງຢາກພັດທະນາ, ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຮັບປະກັນສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ປອດໃສເພື່ອພັດທະນາແບບຍືນຍົງ.

“ປະຕິບັດຕາມ, ໄຫວພິບ, ຄົບຊຸດ, ເຂົ້າໃຈ” ເພື່ອຫັນການວາງແຜນຜັງໃຫ້ປະກົດຜົນເປັນຈິງ

ສະຫາຍ ເຢືອງມາຕ້ຽບ, ຮອງປະທານຄະນະກຳມະການປະຊາຊົນແຂວງຢາລາຍ ຢັ້ງຢືນວ່າ ການວາງແຜນຜັງແມ່ນຂີດໝາຍສຳຄັນຕໍ່ກັບການພັດທະນາຂອງເຂດໄຕງວຽນ ໃນອະນາຄົດ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງສູນກາງ ຕໍ່ກັບດິນແດນແຫ່ງນີ້. ຜ່ານນັ້ນຢັ້ງຢືນຄວາມຄາດຫວັງ, ວິໄສທັດ; ຊີ້ອອກກຳລັງໜູນ, ແຫຼ່ງກຳລັງເພື່ອໃຫ້ທ້ອງຖິ່ນຂຸດຄົ້ນ, ເສີມຂະຫຍາຍ, ໝັ້ນທ່ຽງໃນໄລຍະທາງພັດທະນາກາຍເປັນເຂດເສດຖະກິດສີຂຽວ, ອຸດົມຮັ່ງມີ, ສະຫງົບສຸກ.

ທ່ານພົນໂທ ຮິ່ງຈ໊ຽນຖັ໊ງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ສະເໜີວ່າ ຍ້ອນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງເຂດໄຕງວຽນ ມີຄວາມສຳຄັນເປັນພິເສດເພາະສະນັ້ນເມື່ອວາງແຜນຜັງຕ້ອງຕິດພັນກັບການກໍ່ສ້າງເຂດປ້ອງກັນບໍລິເວນຂອງທະຫານເຂດ ແລະເຂດປ້ອງກັນບໍລິເວນແຂວງ. ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ, ແກ້ໄຂບັນດາກໍລະນີແຕ່ຮາກຖານໂລດ, ບໍ່ປະໃຫ້້ເກີດຄວາມເຄັ່ງຮ້ອນຢູ່ທ້ອງຖິ່ນ. ເອົາໃຈໃສ່ກໍ່ສ້າງກຳລັງປະກອບອາວຸດໃຫ້ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ກຽມພ້ອມສູ້ຮົບສູງ. ເຮັດວຽກງານກໍ່ສ້າງຄະນະພັກ, ການນໍາໃຫ້ເປັນຢ່າງດີ; ຍົກສູງຄວາມຮູ້ຄວາມສາມາດ, ປະສິດທິຜົນຂອງວຽກງານເສນາທິການດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ແກ່ທ້ອງຖິ່ນ.

leftcenterrightdel
ການຜະລິດກະສິກຳແມ່ນບຸລິມະສິດໃນການວາງແຜນຜັງພັດທະນາເຂດໄຕງວຽນ ໄລຍະ 2021-2030, ວິໄສທັດເຖິງປີ 2050. ພາບ: ຫວູດິ່ງດົງ

ຕາມການນຳແຂວງດັ໊ກນົງ, ເພື່ອວາງແຜນຜັງເຂດດິນແດນແຫ່ງນີ້ໃຫ້ເປັນຢ່າງດີນັ້ນ, ໜຶ່ງໃນບັນດາໜ້າທີ່ຈຳເປັນໃນປະຈຸບັນແມ່ນການແກ້ໄຂບັນຫາທັບຊ້ອນ ການວາງແຜນຜັງຢູ່ບັນດາທ້ອງຖິ່ນກ່ອນ. ປະຈຸບັນ, ການວາງແຜນຜັງຂອງແຂວງດັ໊ກນົງ ໄດ້ທັບຊ້ອນກັນລະຫວ່າງການວາງແຜນຜັງລົງສຳຫຼວດ, ຂຸດຄົ້ນ, ປຸງແຕ່ງ ແລະນຳໃຊ້ແຮ່ທາດປະເພດຕ່າງໆກັບການວາງແຜນຜັງການນຳໃຊ້ທີ່ດິນທີ່ນາຍົກລັດຖະມົນຕີ ໄດ້ອະນຸມັດ ແລະການວາງແຜນຜັງດ້ານພື້ນຖານໂຄງລ່າງ, ຊົນນະບົດ, ຕົວເມືອງຢູ່ໃນບໍລິເວນແຂວງ... ການທັບຊ້ອນນີ້ໄດ້ສົ່ງຜົນສະທ້ອນໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ

ພາກສ່ວນໜຶ່ງ ແລະສົ່ງຜົນສະທ້ອນຕໍ່ການຜັນຂະຫຍາຍ, ປະຕິບັດບັນດາໂຄງການຈຸດສຸມຂອງແຂວງ. ແຂວງໄດ້ສະເໜີຫຼາຍເທື່ອແລ້ວກ່ຽວກັບຂໍ້ຕິດຂັດນີ້ ແລະ ຢາກໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງເຂົ້າຮ່ວມຊ່ວຍແກ້ໄຂໂດຍໄວ.

ທ່ານ ເຈິ່ນລຶວກວາງ ຮອງນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ: ການວາງແຜນຜັງເຂດໄຕງວຽນ ໄລຍະ 2021-2030, ວິໄສທັດເຖິງປີ 2050 ແມ່ນການອອກແບບສັງລວມ, ກອບນິຕິກຳທີ່ມີລັກສະນະກຳນົດທິດ, ປະກອບສ່ວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ຊຸກຍູ້ການຮ່ວມສຳພັນ, ສ້າງກຳລັງໜູນພັດທະນາເຂດ ໄຕງວຽນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຕ້ອງປະຕິບັດຕາມປະໂຫຍກນີ້ “ປະຕິບັດຕາມ, ໄຫວພິບ, ຄົບຊຸດ, ເຂົ້າໃຈ” ໃນການວາງແຜນຜັງຄັ້ງນີ້ໃຫ້ເປັນຢ່າງດີ.

ປະຕິບັດຕາມແມ່ນເພື່ອຮັບປະກັນໃຫ້ຖືກທິດ, ການພັດທະນາແບບຍືນຍົງ. ມີໄຫວພິບ ໃນວິທີເຮັດເພື່ອໃຫ້ບັນລຸເປົ້າໝາຍນີ້ຕ້ອງມີຫຼາຍວິທີ, ຂັ້ນຕອນການວາງແຜນຜັງ ຈະເກີດຫຼາຍບັນຫາຄົງຄ້າງ, ຕ້ອງໄດ້ປັບປຸງ, ການວາງແຜນຜັງແຂວງຕ້ອງເໝາະສົມ, ຄົບຊຸດກັບການວາງແຜນຜັງແຫ່ງຊາດ, ການວາງແຜນຜັງເຂດ, ວາງແຜນຜັງຂະແໜງການ. ຍູ້ແຮງການໂຄສະນາ, ຂົນຂວາຍເພື່ອພະນັກງານ, ປະຊາຊົນ, ວິສາຫະກິດເຂົ້າໃຈ, ແບ່ງປັນ, ເຫັນດີເປັນເອກະພາບ, ສ້າງຄວາມເຫັນດີເຫັນພ້ອມກ່ຽວກັບຄວາມຮັບຮູ້ ແລະພຶດຕິກຳ.

ທ່ານ ເຈິ່ນລຶວກວາງ ຮອງນາຍົກລັດຖະມົນຕີ ສະແດງຄວາມເຊືື່ອໝັ້ນວ່າ “ຕ້ອງຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເຊື່ອມຕໍ່ພັດທະນາການທ່ອງທ່ຽວ, ສົມທົບ ແລະແບ່ງປັນໃນການດຶງດູດການລົງທຶນ. ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຮີບຮ້ອນພ້ອມກັບທ້ອງຖິ່ນກວດກາຄືນຂໍ້ຄົງຄ້າງ, ຂໍ້ຕິດຂັດກ່ຽວກັບການວາງແຜນຜັງ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງພ້ອມກັບການວາງແຜນຜັງທີ່ມີຢູ່ແລ້ວ, ດ້ວຍຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈ, ການປ່ຽນແປງໃໝ່, ປະດິດສ້າງຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນ, ເຂດໄຕງວຽນ ຈະບຸກທະລຸຢ່າງວ່ອງໄວ, ບືນຕົວຂຶ້ນຢ່າງແຂງແຮງ, ກາຍເປັນເຂດທີ່ຮັ່ງມີສວຍງາມ, ສະຫງົບສຸກ ແລະໜ້າດຳລົງຊີວິດຢ່າງແນ່ນອນ.

ໂດຍ: ແສງເດືອນ