ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາ 14 ຂໍ້ລິເລີ່ມບຸລິມະສິດການຮ່ວມມືດ້ານເສດຖະກິດ (PED) ໂດຍລາວ ສະເໜີໃນປີເປັນປະທານ ອາຊຽນ 2024 ພາຍໃຕ້ຫົວຂໍ້ “ອາຊຽນ: ຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂວງດ້ວຍຕົນເອງ” ໂດຍສຸມໃສ່ 3 ທິດທາງຕົ້ນຕໍ ຄື: ຟື້ນຟູ ແລະເຊື່ອມຕໍ່ບັນດາພື້ນຖານເສດຖະກິດ; ສ້າງສາອະນາຄົດແບບບກວມລວມ ແລະຍືນຍົງ; ການຫັນປ່ຽນມຸ່ງໄປສູ່ອະນາຄົດດີຈີຕອນ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບຕໍ່ບັນດາບຸລິມະສິດປະຈຳປີ 2024 ໃນດ້ານເສດຖະກິດ, ໂດຍສຸມໃສ່ບັນດາຂົງເຂດ, ຄື: ການຄ້າສິນຄ້າ, ສ້າງຄວາມສະດວກດ້ານການຄ້າ, ພາສີ, ການຄ້າບໍລິການ ... ນອກຈາກນັ້ນ, ບັນດາລັດຖະມົນຕີກໍ່ໄດ້ຮັບຮອງເອົາຂອບສ້າງຄວາມສະດວກດ້ານການບໍລິການຂອງອາຊຽນ (ASFF).

ບັນດາລັດຖະມົນຕີກໍ່ໄດ້ສຸມໃສ່ປຶກສາຫາລືຫຼາຍເນື້ອໃນສໍາຄັນຕ່າງໆໃນການຮ່ວມມືດ້ານເສດຖະກິດຂອງອາຊຽນ ເຊັ່ນ: ສະພາບການເຈລະຈາຍົກລະດັບສັນຍາການຄ້າສິນຄ້າອາຊຽນ (ATIGA), ການເຈລະຈາສັນຍາແມ່ອາຊຽນກ່ຽວກັບເສດຖະກິດດີຕີຕອນ (DEFA), ສັນຍາແມ່ອາຊຽນ ກ່ຽວກັບການແກ່ງແຍ້ງ, ຍົກລະດັບສັນຍາການຄ້າເສລີອາຊຽນ - ຈີນ (ACFTA),... ກອງປະຊຸມໄດ້ຮັບຮູ້ບັນດາສັນຍານທີ່ຕັ້ງໜ້າຂອງເສດຖະກິດອາຊຽນໃນປີ 2023, ໃນສະພາບການທີ່ຂາດສະຖຽນລະພາບຢູ່ໂລກ.

ຢູ່ນອກກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລືກັບສະພາດໍາເນີນທຸລະກິດອາຊຽນ (ABAC), ຮັບຮູ້ບັນດາບຸລິມະສິດຂອງ ABAC ໃນປີ 2024 ກໍ່ຄືບັນດາຂໍ້ສະເໜີແນະຂອງ ABAC ເພື່ອແນໃສ່ຊຸກຍູ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນອາຊຽນ ໃນໄລຍະຈະມາເຖິງ.

ກ່າວຄຳເຫັນທີ່ກອງປະຊຸມ, ຫວຽດນາມ ສະແດງຄວາມສະໜັບສະໜູນຕໍ່ບັນດາຂໍ້ລິເລີ່ມບຸລິມະສິດການຮ່ວມມືດ້ານເສດຖະກິດຂອງລາວໃນປີເປັນປະທານອາຊຽນ 2024; ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນກັບລາວ ແລະບັນດາປະເທດອາຊຽນຕ່າງໆ ເພື່ອປະຕິບັດສໍາເລັດບັນດາເປົ້າໝາຍ ແລະແຜນການທີ່ວາງອອກ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີອາຊຽນ  2024. ຫວຽດນາມ ກໍ່ເນັ້ນໜັກເຖິງການໃຫ້ບຸລິມະສິດແກ່ການເຄື່ອນໄຫວຟື້ນຟູ ແລະເຊື່ອມຕໍ່ບັນດາພື້ນຖານເສດຖະກິດ, ພິເສດແມ່ນການບຸລິມະສິດສະຫງວນແຫຼ່ງກໍາລັງໃຫ້ການເຄື່ອນໄຫວເຈລະຈາໃໝ່, ການເຈລະຈາຍົກລະດັບສັນຍາສະບັບຕ່າງໆຂອງອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື.

ໂດຍ: ທະນາພອນ