ທ່ານພັນເອກ ຫງວຽນຫວູຮ່າ, ຜູ້ອຳນວຍການບໍລິສັດໃຫຍ່ອຸດສາຫະກຳເຕັກໂນໂລຢີສູງ Viettel (VHT) -  ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel)  ແບ່ງປັນວ່າ ນີ້ແມ່ນບາດກ້າວທີ່ມີຄວາມສຳຄັນທີ່ສຸດ ແລະໜ້າເອກອ້າງທະນົງໃຈ, ຊຸກຍູ້ວິວັດທະນາການດຳເນີນທຸລະກິດຂອງ Viettel ຢູ່ໃນຕະຫຼາດສາກົນ.

ຜະລິດຕະພັນຂອງ Viettel ອາດສາມາດທຽບເທົ່າກັບໂລກ

ນັກຂ່າວ: MSPO ແມ່ນງານວາງສະແດງລະດັບໂລກກ່ຽວກັບອຸດສາຫະກຳປ້ອງກັນຊາດ, ບ່ອນທີ່ບັນດາວິສາຫະກິດວາງສະແດງບັນດາເຕັກໂນໂລຢີທັນສະໄໝທີ່ສຸດ. ຜ່ານງານວາງສະແດງດັ່ງກ່າວ, Viettel ເຊິ່ງໂດຍກົງແມ່ນ VHT ເຫັນໄດ້ຕົນເອງພວມຢືນຢູ່ໃສໃນແຜນທີ່ເຕັກໂນໂລຢີການທະຫານໂລກ, ຂໍຮຽນທ່ານ?

leftcenterrightdel
ສະຫາຍ ຫງວຽນຫວູຮ່າ. ພາບ: ທູເຮືອງ

ສະຫາຍ ຫງວຽນຫວູຮ່າ: Viettel ເຂົ້າຮ່ວມຂົງເຂດຄົ້ນຄວ້າເກືອບ 13 ປີ. ນັບແຕ່ຊຸມວັນທຳອິດ, ຕາມການຊີ້ນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ພວກຂ້າພະເຈົ້າຕ້ອງຄົ້ນຄວ້າບັນດາເຕັກໂນໂລຢີໃໝ່ລ້າສຸດ.

ໃນຊຸມປີຜ່ານມາ, ບັນດາຂະແໜງຄົ້ນຄວ້າໃຫ້ເຕັກໂນໂລຢີການທະຫານ, ຄື: ຂົງເຂດຣາດາ, ເຄື່ອງແສງເອເລັກຕຣົງ, ຮູບຈຳລອງ, ເຄື່ອງສື່ສານ... ພວກຂ້າພະເຈົ້າໄດ້ນຳໃຊ້ບັນດາເຕັກໂນໂລຢີໃໝ່ລ້າສຸດໃນໂລກ ແລະສິ່ງດັັ່ງກ່າວ ໄດ້ພິສູດໃຫ້ເຫັນປະສິດທິຜົນ. VHT  ໄດ້ຕາງໜ້າໃຫ້ Viettel ເຂົ້າຮ່ວມ MSPO 2023 ຢູ່ໂປໂລຍ ໃນໄລຍະຜ່ານມາ ແລະຈາກນັ້ນເຫັນວ່າ ເຕັກໂນໂລຢີຂອງ VHT ໄດ້ຮັບການຕີ ລາຄາສູງ, ອາດສາມາດປຽບທຽບກັບຜະລິດຕະພັນຈາກວິສາຫະກິດຕ່າງໆໃນຂົງເຂດນີ້ຢູ່ໂລກ.

ນັກຂ່າວ: ເຕັກໂນໂລຢີການທະຫານຮຽກຮ້ອງມີສີສັນສະເພາະ, ຕາມສະຫາຍແລ້ວ, ອັນໃດແມ່ນຈຸດແຕກຕ່່າງດ້ານເຕັກໂນໂລຢີການທະຫານຢູ່ VHT ເມື່ອວາງສະແດງຢູ່ MSPO?

ສະຫາຍ ຫງວຽນຫວູຮ່າ: ມີຫຼາຍຈຸດພິເສດສະເພາະຢູ່ VHT.  ທີໜຶ່ງ, ພວກຂ້າພະເຈົ້າມີທ່າແຮງທີ່ເປັນບໍລິສັດຂອງກອງທັບເພາະສະນັ້ນໄດ້ຮັບການຊີ້ນຳ ແລະຮ່ວມເດີນທາງໃນການຄົ້ນຄວ້າ, ພັດທະນາຈາກລູກຄ້າພິເສດແມ່ນກະຊວງປ້ອງກັນປະເທດ. ນີ້ແມ່ນລູກຄ້າທີ່ມີຄວາມຮຽກຮ້ອງຕ້ອງການສູງຕໍ່ກັບຜະລິດຕະພັນຂອງ Viettel.

ຈຸດພິເສດສະເພາະທີສອງຂອງ VHT,  ຕາມທິດສະດີປັດຊະຍາຂອງ Viettel, ແມ່ນຍາມໃດກໍ່ເປັນເຈົ້າຂອງເຕັກໂນໂລຢີຫຼັກແຫຼ່ງ, ແຕກຕ່າງກັບການລອກແບບ, Viettel ເຮັດຕາມຈິນຕະນາການບຸກທະລຸ, ສິ່ງນີ້ແຕກຕ່າງກັບຫຼາຍວິສາຫະກິດໃນພາກພື້ນ. ມາຮອດປະຈຸບັນ, Viettel ໄດ້ຜ່ານວິວັດທະນາການຮໍ່າຮຽນປະດິດສ້າງ, ໄປຄຽງຄູ່ກັບໂລກ, ເປັນເຈົ້າການໃນການສັງລວມຂໍ້ມູນຂ່າວສານໃນໂລກເພື່ອຈາກນັ້ນປະດິດສ້າງ, ເພື່ອໃຫ້ຜະລິດຕະພັນຂອງຕົນພັດທະນາໄວທີ່ສຸດ.

ຕອບສະໜອງຄວາມຕ້ອງການເພື່ອຜະລິດຕະພັນມີຄວາມແກ່ງແຍ້ງກວ່າ

ນັກຂ່າວ: ຈາກພື້ນຖານໃດເຊິ່ງ VHT ຕັດສິນໃຈສຸມໃສ່ເຕັກໂນໂລຢີການທະຫານທັນສະໄໝທີ່ສຸດ, ໃນຂະນະທີ່ນີ້ຂະແໜງພິເສດສະເພາະ ແລະລະດັບເຕັກໂນໂລຢີຂອງອຸດສາຫະກຳພົນລະເຮືອນຫວຽດນາມ  ຍັງຕ່ຳກວ່າບັນດາປະເທດພັດທະນາ?

ສະຫາຍ ຫງວຽນຫວູຮ່າ: ສຳລັບຂະແໜງອຸດສາຫະກຳ ຖ້າບໍ່ຄົ້ນຄວ້າອັນໃໝ່ທີ່ສຸດ ຈະບໍ່ປະສົບຜົນສຳເລັດໄດ້ຍ້ອນວ່າບໍ່ມີໃຜລໍຖ້າພວກເຮົາ. VHT  ກໍ່ຄືວິສາຫະກິດຂອງບັນດາປະເທດທີ່ມີຂະແໜງຜະລິດພັດທະນາຊ້າກວ່າຕ້ອງແກ່ງແຍ້ງຢ່າງຂ້ຽວຂາດກັບບັນດາປະເທດພັດທະນາກ່ອນ, ເພາະສະນັ້ນໄດ້ບັງຄັບພວກຂ້າພະເຈົ້າຕ້ອງຄົ້ນຄວ້າອັນໃໝ່ທີ່ສຸດຈຶ່ງຄົງຕົວໄດ້, ເພື່ອໄປໄລຍະທາງຍາວ. ຖ້າວ່າພວກຂ້າພະເຈົ້າບໍ່ເອົາໃຈໃສ່ເຖິງຄວາມຮຽກຮ້ອງຕ້ອງການຂອງໂລກ, ໝາຍຄວາມວ່າຈະບໍ່ຄົງຕົວໄດ້. ຖ້າວ່າບໍ່ຜະລິດໄດ້ບັນດາວັດຖຸອຸປະກອນ, ອາວຸດທຽບເທົ່າລະດັບໂລກ ຈະບໍ່ມີລູກຄ້າໃດຊື້ຜະລິດຕະພັນຂອງພວກຂ້າພະເຈົ້າ. ຜ່ານການປະທະກັນໃນໂລກຄືປະຈຸບັນ, ພວກເຮົາອາດສາມາດເຫັນໄດ້ຄວາມຕ້ອງການພັດທະນາເຕັກໂລໂລຢີສູງທີ່ມີລັກສະນະແກ່ງແຍ້ງກວ່າ. ຈາກນັ້ນ, ພວກຂ້າພະເຈົ້າ ສະສົມ, ຖອດຖອນບົດຮຽນ, ຕັ້ງເປົ້າໝາຍຕ້ອງຕອບສະໜອງ, ປະກອບສ່ວນໃຫ້ກອງທັບໃນສະພາບການໃໝ່, ກໍ່ຄືສົ່ງອອກຜະລິດຕະພັນ.

ນັກຂ່າວ: ໃນທັດສະນະຂອງສັງຄົມ, ອາດສາມາດຖືວ່າ Viettel ໄດ້ມີຕະຫຼາດຢູ່ແລ້ວແມ່ນຮັບໃຊ້ໃຫ້ພື້ນຖານການທະຫານຫວຽດນາມ. ສະນັ້ນເຮັດຫຍັງພວກເຮົາຕ້ອງນຳເອົາຜະລິດຕະພັນອອກສູ່ຕະຫຼາດ ຕ່າງປະເທດ?

ສະຫາຍ ຫງວຽນຫວູຮ່າ: ວິໄສທັດຂອງການນໍາ Viettel ແມ່ນຕ້ອງແກ່ງແຍ້ງແບບສະເໝີພາບກັບບັນດາຜະລິດຕະພັນໃນໂລກ, ຄືດັ່ງກ່າວຈຶ່ງຢັ້ງຢືນໄດ້ຄຸນຄ່າ. ຂັ້ນຕອນຄົ້ນຄວ້າພັດທະນາຂອງ Viettel ວາງໄວ້ວ່າ ຄົ້ນຄວ້າຜະລິດຕະພັນໄດ້ແລ້ວພຽງແຕ່ບັນລຸ 40% ຄວາມຮຽກຮ້ອງຕ້ອງການ; ຂາຍໄດ້ຢູ່ໃນຕະຫຼາດພາຍໃນປະເທດແມ່ນບັນລຸ 70% ຄວາມຕ້ອງການ; ຂາຍໄດ້ຢູ່ຕະຫຼາດໂລກຈຶ່ງບັນລຸ 100% ຄວາມຕ້ອງການ. ໃນໄລຍະຄົ້ນຄວ້າ, ຖ້າບໍ່ວາງເປົ້າໝາຍສົ່ງອອກໝາຍຄວາມວ່າ ພວກຂ້າພະເຈົ້າຈະບໍ່ມີຜະລິດຕະພັນສຳເລັດບໍລິບຸນໄດ້.

ຕ່ອງໂສ້ການສະໜອງຖືກຂາດຕິດຂາດຕອນຈະສ້າງກາລະໂອກາດໃໝ່

ນັກຂ່າວ: ບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງໃນໂລກຄືປະຈຸບັນຈະສົ່ງຜົນສະທ້ອນເຖິງການຄົ້ນຄວ້າ, ຜະລິດຂອງ VHT ຫຼືບໍ່, ຂໍຮຽນທ່ານ?

ສະຫາຍ ຫງວຽນຫວູຮ່າ: ບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງໃນໂລກ, ເບິ່ງແງ່ມຸມເສດຖະກິດຈະເຫັນມີຜົນສະທ້ອນຫຼາຍຢ່າງ: ຕ່ອງໂສ້ການສະໜອງຜະລິດຖືກຂາດຕິດຂາດຕອນ, ລາຄາວັດຖຸດິບເພີ່ມ, ມີຮົ້ວກີດຂວາງວັດຖຸອຸປະກອນ, ເຄື່ອງອາໄຫຼ່ບໍ່ສາມາດນຳເຂົ້າຫວຽດນາມ ໄດ້, ເພາະສະນັ້ນ, ພວກເຮົາຍິ່ງເພີ່ມລັກສະນະກຸ້ມຕົນເອງ. ເຖິງຢ່າງໃດກໍ່ຕາມ, ຄວາມຫຍຸ້ງຍາກດັ່ງກ່າວກໍ່ແມ່ນກາລະໂອກາດ, ເພາະວ່າຕ່ອງໂສ້ການສະໜອງບໍ່ພຽງແຕ່ຖືກຂາດຕິດຂາດຕອນສຳລັບພວກເຮົາເທົ່ານັ້ນ ຫາກບັນດາບໍລິສັດອື່ນທີ່ຢາກຊື້ອາວຸດຍຸດທະພັນກໍ່ປະສົບກັບຄວາມຫຍຸ້ງຍາກ. ສິ່ງນີ້ໄດ້ສ້າງກາລະໂອກາດໃຫ້ VHT ເຂົ້າຮ່ວມງານວາງສະແດງແຖວໜ້າໃນໂລກເພື່ອເຂົ້າເຖິງບັນດາລູກຄ້າທີ່ມີຄວາມຕ້ອງການ.

ນັກຂ່າວ: ສະເໜີສະຫາຍໃຫ້ຮູ້ກ່ຽວກັບເປົ້າໝາຍພັດທະນາໃນໄລຍະຍາວຂອງ VHT?

leftcenterrightdel
ຮ້ານວາງສະແດງຂອງ Viettel ຢູ່ MSPO 2023 ດຶງດູດຄູ່ຮ່ວມມື ແລະຊ່ຽວຊານໃນຂົງເຂດອຸດສາຫະກຳການທະຫານມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ພາບ: ທູເຮືອງ

ສະຫາຍ ຫງວຽນຫວູຮ່າ: ວິໄສທັດຂອງກຸ່ມບໍລິສັດ Viettel ມອບໃຫ້ພວກເຮົາແມ່ນຮອດປີ 2030 ຕ້ອງຢືນໃນທອັບ 80 ວິສາຫະກິດໃນຂົງເຂດອຸດສາຫະກຳປ້ອງກັນຊາດ ໃນໂລກ. ຄາວນັ້ນ, ຜະລິດຕະພັນຂອງ VHT  ຈະສະໜອງ 50% ໃຫ້ຕະຫຼາດພາຍໃນ ແລະ 50% ໃຫ້ຕະຫຼາດສາກົນ.

ນັກຂ່າວ: ເປັນອັນວ່າໃນໄລຍະຈະມາເຖິງ, Viettel ຈະສືບຕໍ່ເຂົ້າຮ່ວມບັນດາງານວາງສະແດງດ້ານປ້ອງກັນຊາດຂະໜາດໃຫຍ່ໃນໂລກ?

ສະຫາຍ ຫງວຽນຫວູຮ່າ: ຖືກແລ້ວ, ການເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ຈະກາຍເປັນກິດຈະກຳເຄື່ອນໄຫວປະຈຳປີຂອງ Viettel. ພວກຂ້າພະເຈົ້າຈະສືບຕໍ່ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ, ປ້ອງກັນຄວາມສະຫງົບອາຊີ ທີ່ຈັດຂຶ້ນຢູ່ໄທ ໃນເດືອນພະຈິກ 2023. ນີ້ໄດ້ຮັບຖືວ່າແມ່ນເຫດການປ້ອງກັນຊາດໃຫຍ່ທີ່ສຸດຢູ່ພາກພື້ນອາຊີ.

ນັກຂ່າວ: ຂໍຂອບໃຈສະຫາຍ!

ໂດຍ: ແສງເດືອນ