ພິທີລົງນາມລະຫວ່າງສອງອົງການຈັດຕັ້ງ ໄດ້ດໍາເນີນໃນຂອບເຂດການຈັດງານວາງສະແດງຕໍ່າແຜ່ນຕັດຫຍິບ “Preview in Seoul (PIS) 2023” ທີ່ຈັດຂຶ້ນຢູ່ເຊອຸນ. ພິທີລົງນາມມີການເຂົ້າຮ່ວມຂອງທ່ານ Choi Byung-oh ປະທານກຸ່ມບໍລິສັດແຟຊັນ Hyungji ທັງເປັນປະທານ KOFOTI ແລະທ່ານ ຫວູດຶກຢາງ ປະທານ VITAS. 

leftcenterrightdel
ການຜະລິດເຄື່ອງຕ່ຳແຜ່ນຕັດຫຍິບທີ່ມີຄຸນນະພາບສູງ ເພື່ອສົ່ງອອກໄປຍັງຕະຫຼາດ ສ.ເກົາຫຼີ ຢູ່ບໍລິສັດໃຫຍ່ຕັດຫຍິບ ບັກຢາງ LLG. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີລົງນາມ, ທ່ານ Choi Byung-oh ປະທານ KOFOTI ເນັ້ນໜັກວ່າ ສ.ເກົາຫຼີ ແລະຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນການຜະລິດ, ຜະລິດສິ້ນສ່ວນ ແລະສົ່ງອອກເຄື່ອງຕໍ່າແຜ່ນຕັດຫຍິບໃນ 30 ປີຜ່ານມາ. ສໍາລັບການລົງນາມບົດບັນທຶກຊ່ວຍຈໍາໃນຄັ້ງນີ້, ຝ່າຍ ສ.ເກົາຫຼີ ຫວັງວ່າການພົວພັນຄູ່ຮ່ວມມືຍຸດທະສາດໃນຂົງເຂດຕໍ່າແຜ່ນຕັດຫຍິບ ແລະແຟຊັນ ຂອງສອງປະເທດ ຈະໄດ້ຮັບການເພີ່ມທະວີກວ່າອີກ, ພິເສດແມ່ນກ່ຽວກັບບັນດາບັນຫາຂອງການພັດທະນາແບບຍືນຍົງ, ຫັນເປັນດີຈີຕອນ ແລະລະບົບການສະໜອງ.

ສ່ວນທ່ານ ຫວູດຶກຢາງ ປະທານ VITAS ໃຫ້ຮູ້ວ່າ “ສໍາລັບບົດບັນທຶກຊ່ວຍຈໍານີ້, ພວກຂ້າພະເຈົ້າ ບໍ່ພຽງແຕ່ສາມາດເປີດກວ້າງການແລກປ່ຽນຂໍ້ມູນຂ່າວສານດ້ານອຸດສາຫະກໍາລະຫວ່າງ KOFOTI ແລະ VITAS ເທົ່ານັ້ນ ຫາກຍັງສາມາດແລກປ່ຽນຂໍ້ມູນຂ່າວສານ ແລະເຕັກໂນໂລຊີປ່ຽນແປງໃໝ່ ກັບບັນດາບໍລິສັດຕໍ່າແຜ່ນຕັດຫຍິບຂອງ ສ.ເກົາຫຼີ ຢູ່ ຫວຽດນາມ, ການຮ່ວມມືໝູນໃຊ້ສັນຍາ FTA ແລະດຶງດູດການລົງທຶນ ອີກດ້ວຍ”.

ໂດຍ: ໄຊຊະນະ