ບັນຍາກາດໃໝ່ຍາມຕົ້ນປີ

ເວລາກວ່າອາທິດກັບຄືນການເຮັດວຽກພາຍຫຼັງຊຸມວັນພັກບຸນເຕັດ, ໄດ້ມີກວ່າ 94% ວິສາຫະກິດຢູ່ນະຄອນໂຮ່ຈີມິນ ເຄື່ອນໄຫວດ້ວຍອັດຕາສ່ວນຄົນງານກັບຄືນເຮັດວຽກຢູ່ໂຮງຈັກໂຮງງານກວ່າ 95%. ໂດຍແມ່ນວິສາຫະກິດຕັດຫຍິບຢູ່ເມືອງກໍ່ເວີບ, ພາຍຫຼັງບຸນເຕັດ, ກຳລັງກຳມະກອນ ຂອງບໍລິສັດຫຸ້ນສ່ວນ 28.1 (ບໍລິສັດໃຫຍ່ 28, ກົມໃຫຍ່ພະລາທິການ) ໄດ້ເຮັດວຽກດ້ວຍສະມັດຕະພາບສູງສຸດ, ສຸມໃສ່ບັນດາສິນຄ້າທີ່ສົ່ງອອກໄປຍັງຕະຫຼາດອາເມລິກາ, ອົດສະຕາລີ, ເອີລົບ... ມາຢ້ຽມຢາມບັນດາເຂດຜະລິດຂອງບໍລິສັດ, ພວກຂ້າພະເຈົ້າໄດ້້ເຫັນບັນຍາກາດເຮັດວຽກຢ່າງຫ້າວຫັນ, ສຽງກົນຈັກດັງຄຶກໂຄມຢູ່ໂຮງຈັກ, ໂຮງງານ.

leftcenterrightdel
 
leftcenterrightdel
ກຳມະກອນບໍລິສັດຫຸ້ນສ່ວນ 28.1 (ບໍລິສັດໃຫຍ່ 28, ກົມໃຫຍ່ພະລາທິການ) ແຂ່ງຂັນອອກແຮງງານທຳການຜະລິດແຕ່ຕົ້ນປີ. ພາບ: ຮົ່ງຢາງ.

ອ້າຍ ຫງວຽນວັນຮົ່ງ (ເກີດຢູ່ແຂວງຫາຍເຢືອງ) ຜູ້ທີ່ໄດ້ເຮັດວຽກຢູ່ບໍລິສັດຫຸ້ນສ່ວນ 28.1 ມາເປັນເວລາກວ່າ 21 ປີ,  ແບ່ງປັນວ່າ: ຍາມໃດຂ້າພະເຈົ້າກໍ່ອຸ່ນອ່ຽນໃຈເຮັດວຽກຢູ່ບໍລິສັດ ຍ້ອນວ່າເງິນເດືອນສູງ ແລະໄດ້ຮັບຄວາມເອົາໃຈໃສ່ກ່ຽວກັບລະບອບນະໂຍບາຍ. ເຖິງວ່າຂະແໜງຕັດຫຍິບພວມປະສົບກັບຄວາມຫຍຸ້ງຍາກພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ທາງບໍລິສັດຍັງຮັບປະກັນໃບສັ່ງສິນຄ້າເປັນປົກກະຕິ ເພື່ອໃຫ້ຖັນແຖວກໍາມະກອນດຳເນີນການເຮັດວຽກນັບແຕ່ຕົ້ນປີໃໝ່. ນອກຈາກນັ້ນ, ການເບິ່ງແຍງດູແລບຸນເຕັດຢ່າງລອບຄອບຖີ່ຖ້ວນໄດ້ຊ່ວຍໃຫ້ຜູ້ອອກແຮງງານຂອງບໍລິສັດຍາມໃດກໍ່ສະໜິດຕິດພັນກັບບໍລິສັດ, ບໍ່ເກີດສະພາບຍ້າຍໄປເຮັດວຽກຢູ່ບ່ອນອື່ນ.

ເມື່ອແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນເອກພິເສດ ເຈິ່ນຢວານທວານ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ 28.1 ໃຫ້ຮູ້ວ່າ “ຈຸດພິເສດຂອງວິສາຫະກິດແມ່ນຫຍິບເສື້ອແວດຊາຍ ໃຫ້ຕະຫຼາດຕ່າງປະເທດ, ສະນັ້ນບໍລິສັດໄດ້ເປັນເຈົ້າການເຊັນຂໍ້ຕົກລົງຮັບປະກັນຄວາມສາມາດຜະລິດກັບບັນດາຄູ່ຮ່ວມມື, ຮັບປະກັນໃບສັ່ງສິນຄ້າ. ພ້ອມກັນນັ້ນ, ບໍລິສັດໄດ້ເປັນເຈົ້າການສ້າງແຜນການຜະລິດກ່ອນດຳເນີນໜຶ່ງເດືອນ ເພາະສະນັ້ນເມື່ອກຳມະກອນກັບຄືນພາຍຫຼັງຊຸມວັນພັກບຸນເຕັດ, ການຜະລິດໄດ້ດຳເນີນຢ່າງວ່ອງໄວດ້ວຍສະມັດຕະພາບສູງສຸດ. ບໍລິສັດສູ້ຊົນເພື່ອໃຫ້ໄຕມາດທີ I ຈະບັນລຸ 23%-25% ແຜນການປີ 2023”.

ຮັກສາຈັງຫວະການຜະລິດ, ປະຕິບັດເປົ້າໝາຍເຕີບໂຕ

ນະຄອນໂຮ່ຈີມິນ ມີກວ່າ 286.000 ວິສາຫະກິດ ແລະກວ່າ 460.000 ຮາກຖານຜະລິດ, ດຳເນີນທຸລະກິດ ເຊິ່ງພວມເຄື່ອນໄຫວ, ນໍາໃຊ້ຜູ້ອອກແຮງງານກວ່າ 4,7 ລ້ານຄົນ. ເຖິງວ່າທ້າຍປີ 2022, ບາງວິສາຫະກິດຜະລິດ, ດຳເນີນທຸລະກິດຢູ່ນະຄອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນຂາດແຄນໃບສັ່ງສິນຄ້າ ໄດ້ເຮັດໃຫ້ຜູ້ອອກແຮງງານຕ້ອງຜັດປ່ຽນກັນພັກການ, ແຕ່ວ່າພາຍຫຼັງບຸນເຕັດ, ດ້ວຍອັດຕາສ່ວນຜູ້ອອກແຮງງານກັບຄືນເຮັດວຽກສູງ, ໃບສັ່ງສິນຄ້າເພີ່ມຂຶ້ນແມ່ນສັນຍານທີ່ຕັ້ງໜ້າ, ຊ່ວຍວິສາຫະກິດສືບຕໍ່ການຜະລິດ, ຕອບສະໜອງຄວາມຮຽກຮ້ອງເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ຊຸກຍູ້ເປົ້າໝາຍເຕີບໂຕ.

ທ່ານ ເລືຫງວຽນຊວນຫວູ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນກຸ່ມບໍລິສັດຊວນງວຽນ (ເມືອງບິ່ງແຈ໊ງ) ແບ່ງປັນວ່າ ວິສາຫະກິດໄດ້ຮັບໃບສັ່ງສິນຄ້ານັບແຕ່ວັນທີ 26 ມັງກອນ ພາຍຫຼັງພັກບຸນເຕັດ, ບັນດາກຳມະກອນດຳເນີນການຜະລິດຢ່າງຕໍ່ເນື່ອງ 3 ພຽນ/ວັນ. ປີ 2023, ວິສາຫະກິດ ຕັ້ງເປົ້າໝາຍສືບຕໍ່ເປີດກວ້າງຕະຫຼາດຈຳໜ່າຍພາຍໃນປະເທດ, ສົ່ງເສີມການສົ່ງອອກໄປຍັງບັນດາຕະຫຼາດຈຸດສຸມຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສູ້ຊົນຍົກລະດັບການເຕີບໂຕໃຫ້ບັນລຸປະມານ 20%. ໃນໄຕມາດທີ I ປີ 2023, ວິສາຫະກິດ ຈະສະເໜີິຕົວບັນດາຜະລິດຕະພັນໃໝ່ທີ່ມີຄຸນນະພາບສູງ.

leftcenterrightdel
 
leftcenterrightdel
ຜູ້ອອກແຮງງານບໍລິສັດຫຸ້ນສ່ວນ 32 (ກົມໃຫຍ່ພະລາທິການ) ຫ້າວຫັນທຳການຜະລິດຢ່າງຄຶກຄື້ນພາຍຫຼັງພັກບຸນເຕັດ. ພາບ: ຮົ່ງຢາງ.

ທ່ານພັນໂທ ໂງແທັ່ງຖັ໊ງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ 32 ແບ່ງປັນວ່າ: “ເກີບໜັງສົ່ງອອກບໍ່ສາມາດຫຼີກລ້ຽງຜົນກະທົບຈາກການປະທະກັນຢູ່ໂລກ ແລະໂລກພະຍາດໄດ້... ແຕ່ວ່າບໍລິສັດໄດ້ເປັນເຈົ້າການດ້ວຍຫຼາຍມາດຕະການແທດຈິງ ເພື່ອຮັກສາອັດຕາສ່ວນ, ເປີດກວ້າງຕະຫຼາດ, ໂດຍສະເພາະແມ່ນຮັບປະກັນໃບສັ່ງສິນຄ້າ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ. ປີ 2022, ບໍລິສັດບັນລຸ 105% ແຜນການປີ, ນັ້ນແມ່ນກໍາລັງໜູນເພື່ອໃຫ້ປີ 2023 ສູ້ຊົນບັນລຸໝາກຜົນດີກວ່າ. ທົ່ວບໍລິສັດຮັກສາຈັງຫວະຜະລິດເປັນປົກກະຕິ, ມຸ່ງໄປສູ່ເປົ້າໝາຍເຕີບໂຕແບບຍືນຍົງ, ປັບປຸງລາຍຮັບໃຫ້ຜູ້ອອກແຮງງານຢ່າງບໍ່ຢຸດຢັ້ງ”.

ເພື່ອຍູ້ແຮງການຜະລິດ, ດຳເນີນທຸລະກິດ, ບັນດາວິສາຫະກິດຢູ່ນະຄອນ ກໍ່ເອົາໃຈໃສ່ເຖິງການເພີ່ມຈຳນວນຜູ້ອອກແຮງງານໃຫ້ເປົ້າໝາຍພັດທະນາ. ບັນຍາກາດອອກແຮງງານທຳການຜະລິດຢ່າງຄຶກຄື້ນນັບແຕ່ອາທິດທຳອິດ,  ເດືອນທຳອິດພາຍຫຼັງບຸນເຕັດຂອງບັນດາວິສາຫະກິດຢູ່ນະຄອນໂຮ່ຈີມິນ ໄດ້ປະກອບສ່ວນສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດຄຳສັ່ງສະບັບເລກທີ 03/CT-TTg ລົງວັນທີ 27 ມັງກອນ 2023 ຂອງນາຍົກລັດຖະມົນຕີ ວ່າດ້ວຍການກະຕຸກຊຸກຍູ້ປະຕິບັດໜ້າທີ່ຈຸດສຸມພາຍຫຼັງພັກບຸນເຕັດປີເຖາະ 2023. ຢູ່ກອງປະຊຸມຜັນຂະຫຍາຍໜ້າທີ່ເດືອນກຸມພາ 2023, ສະຫາຍ ຟານວັນໝາຍ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳການພັກນະຄອນ, ປະທານຄະນະກຳມະການນະຄອນໂຮ່ຈີມິນ ໄດ້ຮຽກຮ້ອງທຸກຂະແໜງການ, ທຸກຂັ້ນ, ທ້ອງຖິ່ນຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ກວດກາຄືນວຽກງານ, ໂດຍສະເພາະແມ່ນວຽກງານກ່ຽວຂ້ອງເຖິງປະຊາຊົນ, ວິສາຫະກິດ ເພື່ອແກ້ໄຂວຽກງານເປັນຢ່າງດີ. ໃນເດືອນກຸມພາ 2023, ຄະນະກໍາມະການປະຊາຊົນນະຄອນ ຈະຈັດຕັ້ງການພົບປະກັບບັນດາວິສາຫະກິດເພື່ອຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຂ້າງ, ຕັ້ງໜ້າຮ່ວມເດີນທາງພ້ອມກັບວິສາຫະກິດພັດທະນາໃນໄລຍະຈະມາເຖິງ, ສ້າງທ່າເພື່ອສຳເລັດເປົ້າໝາຍເຕີບໂຕ 7,5-8% ໃນປີ 2023.

ໂດຍ: ແສງເດືອນ