ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ເປັນປະທານກອງປະຊຸມສໍາມະນາ. ກ່າວຄໍາເຫັນໄຂກອງປະຊຸມສໍາມະນາ, ທ່ານ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ ກອງປະຊຸມ COP26 ໄດ້ເປັນຂີດໝາຍການຫັນປ່ຽນທີ່ມີລັກສະນະບຸກທະລຸໃນຮູບແບບພັດທະນາໃນໂລກ. ບັນຫາການຫັນປ່ຽນໄປສູ່ພະລັງງານສະອາດ ແລະຢຸດຕິການນໍາໃຊ້ຖ່ານຢ່າງໄວວາໄດ້ຮັບການຊຸກຍູ້ຢ່າງແຮງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ເລຮຽວ.

ຕາມທ່ານ ຟ້ານວັນເຕິນ ຮອງຫົວໜ້າກົມປ່ຽນແປງດິນຟ້າອາກາດ (ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ) ແລ້ວ, ບັນດາຄໍາໝັ້ນສັນຍາຢ່າງແຮງ ແລະການປະກອບສ່ວນຄຳເຫັນຂອງຫວຽດນາມ ທີ່ COP26 ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ສ້າງກາລະໂອກາດຮ່ວມມືຫຼາຍຢ່າງກ່ຽວກັບການເຕີບໂຕການປ່ອຍອາຍພິດໜ້ອຍ, ຊຸກຍູ້ການພັດທະນາເສດຖະກິດໜູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານ Giorgio Aliberti ເອກອັກຄະລັດຖະທູດຄະນະຜູ້ຕາງໜ້າສະຫະພາບເອີລົບ (ອີຢູ) ປະຈໍາ ຫວຽດນາມ ຖືວ່າ ເພື່ອຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ຈາກ COP26, ຫວຽດນາມ ຄວນສືບຕໍ່ຍົກສູງຄວາມຮັບຮູ້, ຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນຢຶດໝັ້ນຕໍ່ວິວັດການຫັນປ່ຽນຮູບແບບພັດທະນາ.

ໂດຍ: ຈາງຫງວຽນ