ທ່ານ Richard Ferrand ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບທ່ານ ຟ້າມມິງຈິ໊ງ ແລະຢັ້ງຢືນວ່າ ຝຣັ່ງ ຖືເປັນສໍາຄັນທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນພາກພື້ນ; ອວຍພອນຜົນສໍາເລັດຂອງຫວຽດນາມ ໃນການຄວບຄຸມພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະແລກປ່ຽນກັບທ່ານ Richard Ferrand ປະທານສະພາແຫ່ງຊາດຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີຖືວ່າ ບັນດາປະເທດຄວນເສີມຂະຫຍາຍບົດບາດຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນລວມໃນພາກພື້ນ. ທ່ານ Richard Ferrand ແບ່ງປັນກ່ຽວກັບຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ຂອງຝຣັ່ງ ແລະຢັ້ງຢືນຄວາມສໍາຄັນໃນການຮັກສາຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ເຂດທະເລ ແລະມະຫາສະໝຸດ, ພິເສດແມ່ນຢູ່ທະເລຕາເວັນອອກ, ບົນພື້ນຖານປະຕິບັດບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ທ່ານ ຟ້າມມິງຈິ໊ງ ສະເໜີສະພາແຫ່ງຊາດຝຣັ່ງ ສົມທົບກັບລັດຖະບານຝຣັ່ງ ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ ແລະສະໜັບສະໜູນໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ, ເພື່ອຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ ກັບຝຣັ່ງ ແລະບັນດາປະເທດອີຢູ ໃຫ້ຫຼາຍທີ່ສຸດ; ພ້ອມທັງສະໜັບສະໜູນຫວຽດນາມ ໃນການຊຸກຍູ້ຄະນະກໍາມະການເອີລົບ (EC) ຍົກເລີກກ່າວເຕືອນ “ບັດເຫຼືອງ” ສໍາລັບສິນໃນນໍ້າຫວຽດນາມ, ພິເສດແມ່ນໃນໄລຍະຝຣັ່ງ ດໍາລົງຕໍາແໜ່ງເປັນປະທານອີຢູ ໃນເດືອນມັງກອນ ປີ 2022 ຈະມາເຖິງ.

ໂດຍ: ຈາງຫງວຽນ